15/03/2026
ປະຕິບັດວິໄນ ເພື່ອເປັນຕົວຢ່າງໃຫ້ປ້ຳອື່ນທົ່ວປະເທດ
ປັບໃໝຍ້ອນຂາຍນໍ້າມັນເກີນລາຄາ ປໍ້ານໍ້າມັນ 3 ປໍ້າ ຢູ່ເມືອງປາກຊ່ອງ ຖືກເຈົ້າໜ້າທີ່ສ້າງບົດບັນທຶກ, ສຶກສາອົບຮົມ ແລະ ປັບໃໝ ຍ້ອນຈໍາໜ່າຍນໍ້າມັນເກີນລາຄາທີ່ລັດກໍານົດ.
ວັນທີ 14 ມີນາ 2026 ຄະນະກຳມະການຄຸ້ມຄອງການນຳເຂົ້າ ແລະ ການສະໜອງນຳ້ມັນເຊື້ອໄຟ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ຮ່ວມກັບ ຄະນະກໍາມະການທີ່ກ່ຽວຂ້ອງຂອງເມືອງ ນໍາໂດຍ ທ່ານ ດົນສະຫວາດ ພິຈິດ ຮອງຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ພ້ອມດ້ວຍຂະແໜງການຄ້າພາຍໃນ ເຈົ້າໜ້າທີ່ກວດກາການຄ້າ, ເຈົ້າໜ້າທີ່ ປກສ ແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຂອງເມືອງປາກຊ່ອງ ໄດ້ເຄື່ອນໄຫວກວດກາການຈໍາໜ່າຍນໍ້າມັນຂອງປໍ້າຕ່າງໆ ຢູ່ເມືອງປາກຊ່ອງ.
ຜ່ານການຕິດຕາມກວດກາຕົວຈິງ ພົບເຫັນປໍ້ານໍ້າມັນ 3 ປໍ້າ ຈໍາໜ່າຍນໍ້າມັນເກີນລາຄາທີ່ລັດກໍານົດ ຄື: ປໍ້ານໍ້າມັນບຸນມີ, ຢູ່ບ້ານຫຼັກ 11, ຈໍາໜ່າຍນໍ້າມັນເກີນລາຄາທີ່ລັດກໍານົດ ຄື: ແອັດຊັງ 38.000 ກີບ/ລິດ ແລະ ກາຊວນ 39.000. ກີບ/ລິດ. ປໍ້ານໍ້າມັນເພັດສະຫວັນ, ຢູ່ບ້ານຫຼັກ 5 ທົ່ງກະຕ່າຍ, ຈໍາໜ່າຍນໍ້າມັນເກີນລາຄາທີ່ລັດກໍານົດ ຄື: ແອັດຊັງ 39.670 ກີບ/ລິດ ແລະ ກາຊວນ 41,370 ກີບ/ລິດ. ປໍ້ານໍ້າມັນເພັດສະຫວັນ, ຕັ້ງຢູ່ບ້ານເຊປ່ຽນ, ຈໍາໜ່າຍນໍ້າມັນເກີນລາຄາທີ່ລັດກໍານົດ ຄື: ແອັດຊັງ: 39.670 ກີບ/ລິດ ແລະ ກາຊວນ: 41.370 ກີບ/ລິດ.
ການກະທຳດັ່ງກ່າວ ເປັນການລະເມີດດຳລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເລກທີ 559/ລບ, ລົງວັນທີ 9 ກັນຍາ 2025. ຍ້ອນແນວນັ້ນ, ຄະນະກໍາມະການທີ່ເຄື່ອນໄຫວກວດກາຄັ້ງນີ້ ຈິ່ງໄດ້ສ້າງບົດບັນທຶກ, ສຶກສາອົບຮົມແລະ ປັບໃໝຕາມດຳລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເລກທີ 559/ລບ, ລົງວັນທີ 9 ກັນຍາ 2025, ມາດຕາ 79 ໂດນປັບໃໝ່ 50 ລ້ານກີບ ເພາະເປັນການກະທຳຜິດຄັ້ງທີ 1. ຖ້າມີການລະເມີດຄັ້ງທີ 2 ຈະຖືກປັບໃໝ່ 100 ລ້ານກີບ ຫຼື ກ້າວໄປເຖິງການໂຈະໃບອະນຸຍາດດຳເນີນທຸລະກິດ
——
©️ຂ່າວ: ທູນທອງໃຈ
ພາບ: ຂະແໜງຊັບສິນທາງ ປັນຍາ, ມາດຕະຖານ ແລະ ວັດແທກ #ຂ່າວສົດ