21/03/2026
ໃນລະຫວ່າງວັນທີ 16-18 ມີນາ 2026 ຜ່ານມາ, ທ່ານ ແສງອາລຸນ ວິໄລສັກ ຮອງຫົວຫນ້າກົມເຈລະຈາ ແລະ ຮ່ວມມືສາກົນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຄະນະກຳມະການ ຕິດຕາມການຈັດຕັ້ງປະຕິບັດສັນຍາການເປັນຄູ່ມືທາງດ້ານເສດຖະກິດຮອບດ້ານລະດັບພາກພື້ນ ຄັ້ງທີ 12 (The 12th RCEP Joint Committee Meeting), ທີ່ ວິວລິງຕັນ, ປະເທດ ນິວຊີແລນ ພາຍໃຕ້ການເປັນປະທານຮ່ວມ ຂອງປະເທດອິນໂດເນເຊຍ ໃນນາມປະເທດປະສານງານຂອງປະເທດສະມາຊິກອາຊຽນ ແລະ ປະເທດ ນິວຊີແລນ ໃນນາມປະເທດປະສານງານ ສຳລັບ 5 ປະເທດຄູ່ຮ່ວມເຈລະຈາ, ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມຈາກ 15 ປະເທດສະມາຊິກສັນຍາອາເຊັບ ແລະ ຫນ່ວຍງານສະຫນັບສະຫນູນສັນຍາອາເຊັບ (RCEP Support Unit) ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຕິດຕາມຄວາມຄືບຫນ້າຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສັນຍາອາເຊັບຂອງແຕ່ລະປະເທດສະມາຊິກ ກໍຄືຂໍ້ສະດວກ ແລະ ຂໍ້ຫຍຸ້ງຫຍາກໃນການຈັດຕັ້ງປະຕິບັດສັນຍາດັ່ງກ່າວໃນໄລຍະ 5 ປີຜ່ານມາ. ພ້ອມນີ້, ກອງປະຊຸມ ໄດ້ມີປຶກສາຫາລືຮ່ວມກັນ ກ່ຽວກັບການສ້າງຕັ້ງກອງເລຂາອາເຊັບແບບຖາວອນ, ການດຳເນີນການທົບທວນທົ່ວໄປຂອງສັນຍາ, ການຂະຫຍາຍສະມາຊິກອາເຊັບ ແລະ ຂອບວຽກອື່ນໆທີ່ປິ່ນອ້ອມ. ນອກນີ້, ກອງປະຊຸມ ຍັງໄດ້ຖືໂອກາດໝູນໃຊ້ເວທີດັ່ງກ່າວ ເປັນເວທີປຶກສາຫາລື, ພົບປະແລກປ່ຽນບົດຮຽນທີ່ດີ ລະຫວ່າງ ບັນດານັກຊ່ຽວຊານຂອງສະຖາບັນຄົ້ນຄ້ວາເສດຖະກິດໃນພາກພື້ນອາຊຽນ ກ່ຽວກັບຂໍ້ລິເລິ່ມການທົບທວນການຈັດຕັ້ງປະຕິບັດສັນຍາອາເຊັບ ພາຍຫລັງມີທິດຊີ້ນຳຈາກຜູ້ນຳອາເຊັບໃນເດືອນພະຈິກ 2025 ຜ່ານມາ.
ບັນດາປະເທດສະມາຊິກອາເຊັບ ຍັງໄດ້ມີການປຶກສາຫາລື ແລະ ແລກປ່ຽນ ກ່ຽວກັບສະພາບເສດຖະກິດໂລກ ໂດຍສະເພາະສະພາບການພາຍໃນພາກພື້ນ ທີ່ໄດ້ຮັບຜົນກະທົບໂດຍກົງ ເພື່ອວາງທິດທາງຮັບມືຮ່ວມກັນ ຕໍ່ກັບຜົນກະທົບໄລຍະສັ້ນ ແລະ ໄລຍະຍາວ ໃນຕໍ່ໜ້າ.