30/06/2023
ວັນທີ 29 ມິຖຸນາ 2023 ນີ້, ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ທົ່ວກອງທັບ ປະຈຳໄຕມາດ ll ປີ 2023 ເຂດສ່ອງແສງທີ 2 ໂດຍການເປັນປະທານຂອງ ທ່ານ ພົນຕີ ປະສິດ ທ່ຽງທຳ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຕາງໜ້າກອງພົນທີ 2, ໂຮງຮຽນກໍ່ສ້າງນາຍສິບເລກ l, ໂຮງງານປະສານເຫຼົ່າຫຼວງພະບາງ, ອົງການໄອຍະການທະຫານພາກເໜືອ, ໂຮງໝໍບໍລິເວນ 107, ສານທະຫານພາກເໜືອ, ກອງບັນຊາການທະຫານແຂວງຫຼວງພະບາງ, ກອງບັນຊາການທະຫານແຂວງໄຊຍະບູລີ ແລະຄະນະຮັບຜິດຊອບກອງປະຊຸມເຂົ້າຮ່ວມ.
ໃນວາລະກອງປະຊຸມ ບັນດາກົມກອງໄດ້ຜັດປ່ຽນກັນຂຶ້ນລາຍງານໂດຍຫຍໍ້ ກ່ຽວກັບສະພາບການປະຕິບັດໜ້າທີ່ວຽກງານຮອບດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກດ້ວຍຄວາມຮັບຜິດຊອບສູງ, ເຊິ່ງຜ່ານມາຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ,ໄດ້ຈັດຕັ້ງພະນັກງານຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ຕາມ 4 ເນື້ອໃນ 4 ຄາດໝາຍ, ຕິດພັນກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະປ້ອງກັນໂຄງການເສັ້ນທາງລົດໄຟລາວ - ຈີນ, ເຂື່ອນໄຟຟ້າ, ໂຄງການຂຸດຄົ້ນບໍ່ແຮ່, ເຄື່ອນໄຫວສາລະເວຂອບເຂດຮັບຜິດຊອບ, ໂດຍລວມຜ່ານມາແມ່ນສາມາດຮັບປະກັນເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບປອດໄພປອດໄພໂດຍພື້ນຖານ, ໄປພ້ອມກັນນີ້ຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດດ້ວຍຫຼາຍຮູບແບບ, ຫຼາຍເນື້ອໃນຢ່າງຕໍ່ເນື່ອງ, ໂດຍການນຳເອົາແນວທາງນະໂຍບາຍຂອງພັກ, ລັດ, ມະຕິຄຳສັ່ງຂອງກອງທັບ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມຢ່າງກວ້າງຂວາງ, ເຮັດໃຫ້ນາຍ ແລະພົນທະຫານມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງການຈັດຕັ້ງ, ມີຄວາມຈົ່ງຮັກພັກດີ, ມີນ້ຳເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ ແລະຫ້າວຫັນເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ພ້ອມກັນນີ້ຍັງໄດ້ສຸມໃສ່ພັດທະນາກໍ່ສ້າງພື້ນຖານໂຄງລ່າງຫັນເຂົ້າສູ່ລະບົບທີ່ແໜ້ນໜາຖາວອນ, ສຸມໃສ່ປູກຝັງ - ລ້ຽງສັດຕາມທ່າແຮງເງື່ອນໄຂບົ່ມຊ້ອນກົມກອງຕັ້ງທັບ ສາມາດຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ - ນັກຮົບໄດ້ຕາມຄາດໝາຍທີ່ວາງໄວ້, ນອກນີ້ຍັງໄດເອົາໃຈໃສ່ຄຸ້ມຄອງ, ບົວລະບັດຜັດເຊັດພາຫະນະເຕັກນິກ, ອາວຸດຍຸດໂທປະກອນ ຂອງກົມກອງທີ່ຂັ້ນເທິງປະກອບໃຫ້ເປັນປົກກະຕິ ສາມາດຮັບປະກັນກຽມພ້ອມສູ້ຮົບທຸກເງື່ອນໄຂ, ໄປພ້ອມກັບການພົວພັນອຳນາດການປົກຄອງທ້ອງຖິ່ນ, ກົມກອງເພື່ອນມິດຍຸດທະສາດໃກ້ຄຽງທີ່ມີຊາຍແດນຕິດຈອດ ຕາມແນວທາງການພົວພັນຮ່ວມມືຂອງພັກ.
ໂອກາດດັ່ງກ່າວນີ້ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍໄດ້ມີຄຳເຫັນ ສະແດງຄວາມຊົມເຊີຍຕໍ່ການລາຍງານສະພາບການໂດຍຫຍໍ້, ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ໂດຍສະເພາະແມ່ນເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານການປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ຫັນລົງກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄອງກັບໜ້າທີ່ການເມືອງຂອງແຕ່ລະຮາກຖານກົມກອງ ບົນພື້ນຖານຕ້ອງຍຶດໝັ້ນ 5 ຫຼັກການ 3 ທິດນໍາຂອງພັກ ເປັນໄມ້ຫຼາວັດແທກຄຸນທາດການເມືອງ, ຍູ້ແຮງການສ້າງກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກອງ 3 ປອດ, ຕິດພັນກັບການສ້າງນັກຮົບ ແລະກົມກອງວັດທະນາທໍາໃຫ້ເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບ, ໜູນໜີບການປະຕິບັດນໍ້າໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບຸກທະລຸການສ້າງກອງທັບປະຕິວັດທີມີແບບແຜນ ແລະທັນສະໄໝເປັນກ້າວໆ.
ຂ່າວ: ສົມພອນ ສຸວັນທອນ, ພາບ: ບຸນເພັງ ວົງແກ້ວມະນີ.