26/05/2026
ສະຫະພັນກໍາມະບານແຂວງຫຼວງພະບາງ ຮ່ວມກັບ ອົງການປະກັນສັງຄົມແຂວງຫຼວງພະບາງ
ລົງໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານການປົກປ້ອງແຮງງານນອກລະບົບ ເພື່ອໃຫ້ເຂົ້າເຖິງລະບົບປະກັນສັງຄົມພາກສະໝັກໃຈ ໃນຂະແໜງກະສິກຳ ແລະ ອາຫານ
------------------------
ໂດຍປະຕິບັດຕາມບົດບັນທຶກຄວາມເຂົ້າໃຈລະຫວ່າງສູນກາງສະຫະພັນກຳມະບານລາວຮ່ວມກັບໂຄງການອ໊ອບຟາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປົກປ້ອງສັງຄົມໃນ ສປປ ລາວ ໃນວັນທີ 05-12 ພຶດສະພາ 2026 ຜ່ານມານີ້ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການອ໊ອກຟາມ ສະຫະພັນກໍາມະບານແຂວງຫຼວງພະບາງ ຮ່ວມກັບ ຫ້ອງການປະກັນສັງຄົມແຂວງຫຼວງພະບາງ ໄດ້ລົງເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການເຂົ້າປະກັນສັງຄົມແບບສະໝັກໃຈໃຫ້ແກ່ແຮງງານນອກລະບົບຢູ່ ນະຄອນຫຼວງພະບາງ, ເມືອງວຽງຄຳ, ເມືອງນານ ແລະເມືອງຊຽງເງິນ; ເຂົ້າຮ່ວມມີ ທ່ານ ສົມຫວັງ ພົມມະນີ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ມີປະທານ, ຮອງປະທານສະຫະພັນກຳມະບານເມືອງ, ນະຄອນ, ຕາງໜ້າຫ້ອງການປະກັນສັງຄົມແຂວງ, ຄະນະບ້ານ, ຄະນະກຸ່ມ, ສະມາຊິກກຸ່ມ ແລະ ປະຊາຊົນຈາກກຸ່ມບ້ານເປົ້າໝາຍເຂົ້າຮ່ວມ.
ການລົງເຜີຍແຜ່ຂໍ້ມູນຂ່າວສານຄັ້ງນີ້ກໍເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງການເຂົ້າປະກັນສັງຄົມເຊິ່ງແມ່ນການຮັບປະກັນການດຳລົງຊີວິດຂອງພວກເຮົາເອງ ໃນຍາມເກີດເຫດການໃດໜຶ່ງຈະໄດ້ຮັບການຊ່ວຍເຫຼືອແບ່ງເບົາພາລະຊ່ວຍໃຫ້ເຮົາຫຼຸດຜ່ອນການໃຊ້ຈ່າຍ, ເຮັດໃຫ້ມີຄວາມໜັ້ນໃຈໃນການປະຕິບັດໜ້າທີ່ວຽກງານໃນປະຈຸບັນ ແລະ ອານາຄົດ; ທ່ານ ກັນຍາ ເພັດສະໄໝ ຕາງໜ້າຫ້ອງການປະກັນສັງຄົມແຂວງ ໄດ້ນໍາສະເໜີຂໍ້ມູນຄວາມຮູ້ກ່ຽວກັບເປົ້າໝາຍການເຂົ້າປະກັນສັງຄົມ, ເງື່ອນໄຂການສະໝັກ, ການຊຳລະເງິນເຂົ້າປະກັນສັງຄົມ, ຜົນປະໂຫຍດທີ່ຈະໄດ້ຮັບໃນການເຂົ້າປະກັນສັງຄົມ, ຂັ້ນຕອນການໃຊ້ບັດປະກັນສັງຄົມ ແລະ ລະບົບການປິ່ນປົວ ນອກຈາກນີ້ການເຂົ້າປະກັນສັງຄົມຍັງໄດ້ຮັບນະໂຍບາຍຫຼາຍຢ່າງເຊັ່ນ: ປະກັນສຸຂະພາບ, ນະໂຍບາຍເກີດລູກ, ອຸດໜູນປ່ວຍການ, ອຸດໜູນເສຍກຳລັງແຮງງານ, ເງິນອຸດໜູນຜູ້ເບິ່ງແຍງ, ອຸດໜູນບໍານານ, ອຸດໜູນບໍາເນັດ, ອຸດໜູນເສຍຊີວິດເປັນຕົ້ນ.
ໂອກາດດັ່ງກ່າວ ທ່ານ ສົມຫວັງ ພົມມະນີ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຮັບຟັງທັງໝົດ ຈົ່ງຊ່ວຍກັນນຳເອົາເນື້ອໃນຂໍ້ມູນຄວາມຮູ້ດັ່ງກ່າວໄປເຜີຍແຜ່ຕໍ່ບຸກຄົນອ້ອມຂ້າງ, ຄົນໃນຄອບຄົວ ແລະ ສັງຄົມ ໃຫ້ມີຄວາມເຂົ້າໃຈກ່ຽວກັບການເຂົ້າປະກັນສັງຄົມແບບສະໝັກໃຈ ໃຫ້ກວ້າງຂວາງຕື່ມອີກ.
-------------------------
ຂ່າວ: ສຸພາມິດ ບົວລະພາ
#ຂ່າວສານສະຫະພັນກໍາມະບານແຂວງຫຼວງພະບາງ
#ວຽກງານປົກປ້ອງແຮງງານ
#ເຜີຍແຜ່ຂໍ້ມູນຂ່າວສານ