19/02/2025
ປີ 2024 ສົ່ງເສີມແຮງງພາຍໃນໄດ້ 26,000 ກວ່າຄົນ, ສົ່ງແຮງງານໄປຕ່າງປະເທດເກືອບ 1 ແສນຄົນ ແລະ ຍັງມີຜູ້ຕ້ອງການໄປຕ່າງປະເທດ 128,000 ກວ່າຄົນ
ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຮສສ ກອງປະຊຸມສະຫລຸບວຽກງານແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ປະຈຳປີ 2024 ວັນທີ 18 ກຸມພາ 2024 ນີ້ວ່າ: ໃນ 1 ປີຜ່ານມາ ສາມາດພັດທະນາສີມືແຮງງານໃໝ່ໄດ້ຫຼາຍກວ່າ 34,300 ຄົນ; ຈັດ ແລະ ສົ່ງເສີມຫົວໜ່ວຍແຮງງານ ເຮັດການທົດສອບສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ ໃນ 44 ສາຂາອາຊີບ ແລະ ສາຂາອາຊີບໃນລະດັບຕ່າງໆ ໄດ້ 1,556 ຄົນ; ສົ່ງເສີມການຈັດຫາວຽກເຮັດງານທຳໄດ້ຫຼາຍກວ່າ 124,530 ຄົນ, ແຮງງານຢູ່ພາຍໃນໄດ້ 26,500 ກວ່າຄົນ , ແຮງງານຕ່າງປະເທດ 97,950 ກວ່າຄົນ; ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທຳພາຍໃນຫຼາຍກວ່າ 11,460 ຄົນ ແລະ ຜູ້ຕ້ອງການໄປອອກແຮງງານຢູ່ຕ່າງປະເທດຫຼາຍກວ່າ 128,270 ຄົນ.
ກະຊວງແຮງງານ ໄດ້ສົມທົບກັບຄະນະກໍາມະການແຮງງານແຫ່ງຊາດ ຄົ້ນຄວ້າປັບປຸງຄ່າຄອງຊີບຂອງຜູ້ອອກແຮງງານ ເປັນ 900,000 ກີບ ບວກກັບ ຄ່າແຮງງານຂັ້ນຕໍ່າ 1,600,000 ກີບ ລວມເປັນ 2,500,000 ກີບ ໂດຍບໍ່ລວມຄ່າສະຫວັດດີການດ້ານອື່ນໆ; ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະ ໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານຕາມລະບຽບການ ໂດຍໄດ້ໂຄສະນາເຜີຍແຜ່ ແລະ ກວດກາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານ ຢູ່ບັນດາຫົວໜ່ວຍແຮງງານ; ຊຸກຍູ້ຫົວໜ່ວຍແຮງງານເຮັດສັນຍາແຮງງານໄດ້ 395 ແຫ່ງ; ສ້າງຫົວໜ່ວຍແຮງງານໃຫ້ໄດ້ມາດຕະຖານ 47 ແຫ່ງ; ຊຸກຍູ້ຫົວໜ່ວຍແຮງງານສ້າງຕັ້ງໜ່ວຍງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ 45 ແຫ່ງ; ຊຸກຍູ້ຫົວໜ່ວຍແຮງງານ ນຳພາຜູ້ອອກແຮງງານ ໄດ້ຮັບການກວດສຸຂະພາບປະຈຳປີ 48 ແຫ່ງ; ໃຫ້ຄຳປຶກສາທາງດ້ານກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການຄຸ້ມຄອງແຮງງານລາວ ໃຫ້ແກ່ຫົວໜ່ວຍແຮງງານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານເປັນຕົ້ນ.
https://www.laophattananews.com/archives/224072
#ຂ່າວພາຍໃນລາວພັດທະນາ #ກະຊວງແຮງງານ #ແຮງງານ
____________@____________
ສະໜັບສະໜູນຂ່າວໂດຍ:
INDOCHINA BANK : 020 5855 3117 ສາຍດ່ວນ1551
Daina Pay ພຽງໃຊ້ IB Cool ກໍແບ່ງຈ່າຍໄດ້ທັນທີ
____________@____________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088