28/05/2026
ຊາວໜຸ່ມ ລາວ-ຈີນ ຮ່ວມກັນສ້າງຄວາມຝັນ: ນັກການທູດໜຸ່ມ ສະຖານກົງສຸນໃຫຍ່ ສປ ຈີນ ພົບປະແລກປ່ຽນກັບ ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ
中老青年同心筑梦——中国驻琅勃拉邦总领馆青年外交官与苏发努冯大学孔子学院师生座谈交流
ວັນທີ 21 ພຶດສະພາ ຜ່ານມານີ້, ນັກການທູດ ໜຸ່ມ ຈາກສະຖານກົງສຸນໃຫຍ່ ສປ ຈີນ ປະຈຳ ຫຼວງພະບາງ ໄດ້ຮ່ວມກັບ ຄູ-ອາຈານ ຝ່າຍລາວ ແລະ ຝ່າຍຈີນ ພ້ອມດ້ວຍນັກສຶກສາໜຸ່ມ ຈາກສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ຈັດກອງປະຊຸມພົບປະແລກປ່ຽນຄວາມຄິດເຫັນ, ໂດຍທຸກທ່ານໄດ້ມາຮ່ວມຊຸມນຸມກັນຢ່າງພ້ອມພຽງ.
ໃນກອງປະຊຸມ, ນັກການທູດໜຸ່ມໄດ້ແບ່ງປັນເນື້ອໃນຈົດໝາຍຕອບຂອງ ທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ ທີ່ສົ່ງເຖິງຜູ້ຕາງໜ້າເຊິ່ງໄດ້ ຮັບລາງວັນຫຼຽນກາຊາວໜຸ່ມ “4 ພຶດສະພາ” ແລະ ລາງວັນຊາວໜຸ່ມດີເດັ່ນແຫ່ງຍຸກສະໄໝໃໝ່, ພ້ອມທັງຊຸກຍູ້ໃຫ້ຊາວໜຸ່ມສອງຊາດ ລາວ-ຈີນ ຖືເອົາໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ເປັນທ່າແຮງໃນການເຕົ້າໂຮມກຳລັງແຮງຂອງຊາວໜຸ່ມໃນການກ້າວໄປຂ້າງໜ້າ.
ໃນໄລຍະດໍາເນີນກອງປະຊຸມ, ນັກການທູດໜຸ່ມໄດ້ຊອກຮູ້ຢ່າງເລິກເຊິ່ງ ກ່ຽວກັບ ຊີວິດການເປັນຢູ່ ປະຈຳວັນ (ອາຫານການກິນ, ເຄື່ອງນຸ່ງຫົ່ມ, ທີ່ຢູ່ວັດໄສ ແລະ ການເດີນທາງ) ຂອງນັກສຶກສາ, ການປັບຕົວຂອງນັກສຶກສາທີ່ມາຈາກຕ່າງແຂວງ, ພ້ອມທັງປະຫວັດຄວາມເປັນມາ ແລະ ທິດທາງການສ້າງບຸກຄະລາກອນຂອງສະຖາບັນຂົງຈື. ນັກສຶກສາລາວໄດ້ສະແດງຄວາມຫລ່ຽນໄຫລໃນການເວົ້າພາສາຈີນ,ແບ່ງປັນອຸດົມການໃນການເລືອກຮຽນວິຊາພາສາຈີນ ກໍ່ຄືໄດ້ຮັບຮູ້ເຖິງຜົນປະໂຫຍດຢ່າງແທ້ຈິງຂອງການຕຽນພາສາຈີນ ແລະ ໂອກາດການພັດທະນາເສດຖະກິດ-ການຄ້າ ລາວ-ຈີນ, ພ້ອມທັງຕັ້ງປູມປະນິທານທີ່ຈະອຸທິດຕົນເຂົ້າໃນວຽກງານເສດຖະກິດ-ການຄ້າ ແລະ ການແລກປ່ຽນວັດທະນະທຳ ລາວ-ຈີນ.
ກອງປະຊຸມຄັ້ງນີ້ ເປັນຂົວຕໍ່ໃນການສື່ສານທີ່ມີປະສິດທິພາບສູງ, ຊ່ວຍແກ້ໄຂບັນຫາຕົວຈິງ ແລະ ແລກປ່ຽນບົດຮຽນໃນການຮຽນ, ການສຶກສາຕໍ່ ແລະ ການແລກປ່ຽນຂອງນັກສຶກສາ, ພ້ອມທັງຮັດແໜ້ນມິດຕະພາບລະຫວ່າງຊາວໜຸ່ມສອງຊາດໃຫ້ເລິກເຊິ່ງຕື່ມອີກ. ໃນຕໍ່ໜ້າ, ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ຈະສືບຕໍ່ຈັດກິດຈະກຳການຮຽນ-ການສອນພາສາຈີນ, ການຄັດເລືອກການແຂ່ງຂັນ ແລະ ການແລກປ່ຽນວັດທະນະທຳ ເພື່ອສ້າງບຸກຄະລາກອນຊາວໜຸ່ມທີ່ມີຄວາມຮູ້ຄວາມສາມາດສອງພາສາ (ລາວ-ຈີນ ຈີນ-ລາວ) ແລະ ມີທັກສະວິຊາສະເພາະ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ມີຄວາມໝັ້ນຄົງ.