14/10/2022
ຕະຫຼາດເງິນ ແລະ ຕະຫຼາດທຶນລ້ວນແຕ່ເປັນໂຄງປະກອບສ້າງຕົ້ນຕໍຂອງຕະຫຼາດການເງິນ ແຕ່ກໍ່ມີບົດບາດທີ່ແຕກຕ່າງກັນດັ່ງນີ້:
ຕະຫຼາດເງິນແມ່ນເປັນແຫຼ່ງລະດົມເງິນທຶນໄລຍະສັ້ນທີ່ມີສະພາບຄ່ອງສູງ ແລະ ມີໄລຍະເວລາໃນການຊໍາລະເງິນຄືນບໍ່ເກີນໜຶ່ງປີ, ເຊິ່ງຜູ້ທີ່ມີບົດບາດສໍາຄັນໃນຕະຫຼາດເງິນໄດ້ແກ່ ທະນາຄານທຸລະກິດ ແລະ ສະຖາບັນການເງິນຕ່າງໆ ທີ່ໃຊ້ເຄື່ອງມືທາງການດ້ານເງິນເຊັ່ນ: ການປ່ອຍກູ້, ທຸລະກໍາຄ້າຂາຍຫຼັກຊັບໄລຍະສັ້ນເປັນຕົ້ນແມ່ນໃບເງິນທະນາຄານຕ່າງໆ, ບັນສັນຍາຊື້ຄືນ, ໃບສັນຍາໃຊ້ໜີ້ ແລະ ທຸລະກໍາທາງດ້ານການເງິນອື່ນໆທີ່ກ່ຽວຂ້ອງ, ສ່ວນຜົນຕອບແທນຈາກການລົງທຶນໃນຕະຫຼາດເງິນແມ່ນຈະຢູ່ໃນຮູບແບບຂອງອັດຕາດອກເບ້ຍທີ່ຄົງທີ່.
ຕະຫຼາດທຶນ ເປັນຕະຫຼາດການເງິນປະເພດໜຶ່ງທີ່ເປັນແຫຼ່ງລະດົມທຶນໄລຍະຍາວຂອງທັງພາກລັດ ແລະ ພາກເອກະຊົນ ດ້ວຍການອອກຈໍາໜ່າຍຫຼັກຊັບປະເພດໜີ້ໄລຍະຍາວ ເພື່ອຂາຍໃຫ້ແກ່ສະຖາບັນການເງິນ, ນັກລົງທຶນລາຍໃຫຍ່ ຫຼື ມວນຊົນທົ່ວໄປພາຍໃນປະເທດ ຫຼື ຕ່າງປະເທດ ຫຼື ທັງສອງຢ່າງໄປພ້ອມໆກັນ. ຜູ້ທີ່ມີບົດບາດສໍາຄັນໃນຕະຫຼາດທຶນໄດ້ແກ່ ຕະຫຼາດຮຸ້ນ ແລະ ຕະຫຼາດພັນທະບັດ ເຊິ່ງເປັນບ່ອນແລກປ່ຽນຊື້-ຂາຍຮຸ້ນ ແລະ ພັນທະບັດ. ຕະຫຼາດທຶນສ່ວນຫຼາຍແລ້ວແມ່ນແບ່ງອອກເປັນສອງຂັ້ນຄື: ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ.
ສໍາລັບ ຕະຫຼາດຫຼັກຊັບລາວ ແມ່ນຕະຫຼາດຂັ້ນສອງທີ່ເປັນຕະຫຼາດແລກປ່ຽນຊື້-ຂາຍຫຼັກຊັບລະຫວ່າງນັກລົງທຶນດ້ວຍກັນ ເຊິ່ງມີບົດບາດໃນການສະໜັບສະໜູນຄວາມເຊື່ອໝັ້ນໃຫ້ແກ່ຕະຫຼາດຂັ້ນໜຶ່ງດ້ວຍການເອື້ອຍອໍານວຍ ແລະ ສ້າງສະພາບຄ່ອງໃຫ້ແກ່ບໍລິສັດອອກຈໍາໜ່າຍຫຼັກຊັບສາມາດນໍາເອົາຫຼັກຊັບດັ່ງກ່າວຈໍານວນໜຶ່ງມາຈົດທະບຽນແລກປ່ຽນຊື້-ຂາຍຢູ່ໃນຕະຫຼາດຂັ້ນສອງດັ່ງກ່າວ ເພື່ອໃຫ້ນັກລົງທຶນຕ່າງທີ່ໄດ້ຊື້ ແລະ ໄດ້ຖືຄອງຫຼັກຊັບໃນຕະຫຼາກຂັ້ນໜຶ່ງສາມາດນໍາເອົາຫຼັກຊັບຂອງພວກເຂົາມາແລກປ່ຽນຊື້-ຂາຍຕາມວັດຖຸປະສົງຂອງພວກເຂົາເຊັ່ນ: ການນໍາເອົາຮຸ້ນມາຂາຍເພື່ອປ່ຽນເປັນເງິນສົດ ແລ້ວນໍາໄປໃຊ້ຈ່າຍຕາມເປົ້າໝາຍຂອງພວກເຂົາ ຫຼືເພື່ອເກັງກໍາໄລເຫຼົ່ານີ້ເປັນຕົ້ນ.
ດັ່ງນັ້ນ, ຖ້າຫາກວ່າບໍລິສັດໃດທີ່ມີຄວາມຕ້ອງການລະດົມທຶນ ກໍ່ສາມາດນຳເອົາຮຸ້ນຈໍານວນໜຶ່ງຂອງບໍລິສັດຕົນເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບໄດ້.
LSX IG Admin