26/09/2025
ພິທີປະກາດພະນັກງານການນຳຮັບອຸດໜູນບຳນານ ແລະ ປະກາດການຈັດຕັ້ງຫ້ອງການສາທາ-ໂຮງໝໍເມືອງຄຳເກີດ, ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 25 ກັນຍາ 2025 ທີ່ຫ້ອງປະຊຸມຫ້ອງການສາທາເມືອງ, ພາຍໃຕ້ການເຂົ້າຮ່ວມເປັນປະທານ ແລະ ສັກຂີພະຍານໂດຍທ່ານ ດຣ.ສອນໄຊ ປັນຍານຸວົງ ກຳມະພັກແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ທ່ານ ບຸນຍົມ ຫຼວງບຸນມາ ຄະນະປະຈໍາພັກເມືອງ, ຮອງເລຂາຄະພັກເມືອງ ຜູ້ຊື້ນຳວຽກງານພັກ-ພະນັກງານ ໃນພິທີຄັ້ງນີ້ຄະນະນໍາຂອງຫ້ອງການສາທາ ແລະ ໂຮງໝໍເຂົ້າຮັບອຸດໜຸນບໍານານມີ: ດຣ.ອ່ອນສີ ສີຈັນທະວົງ ຜູ້ອໍານວຍການໂຮງໝໍເມືອງ, ດຣ.ບຸນທັດ ຄອງມະນີ ຮອງອໍານວຍການໂຮງໝໍເມືອງ ແລະ ດຣ.ຄຳພອນ ແກ້ວມະນີວົງ ຄະນະຫ້ອງການສາທາເມືອງ. ພ້ອມນັ້ນຍັງໄດ້ປະກາດຄະນະນຳຫ້ອງການສາທາເມືອງຊຸດໃໝ່ ແລະ ມອບຮັບໜ້າທີ່ລະຫວ່າງຜູ້ອໍານວຍການໂຮງໝໍເມືອງຜູ້ເກົ່າ ດຣ.ອ່ອນສີ ສີຈັນທະວົງ ແລະ ດຣ.ທະນູສັກ ໄຊພັກດີ ຜູ້ໃໝ່, ເຊີ່ງມີພະນັກງານວິຊາການຫ້ອງການສາທາເມືອງ, ໂຮງໝໍເມືອງ, ສຸກສາລາ 10 ແຫ່ງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ, ພິທີດັ່ງກ່າວໄດ້ປິດລົງໃນຕອນເຊົ້າວັນດຽວກັນ.