ຊາວບ້ານບຸ່ງແກ-Boungkae Village

ຊາວບ້ານບຸ່ງແກ-Boungkae Village ເຜີຍແຜ່ເລື່ອງລາວທີ່ເປັນປະໂຫຍດແກ່ທຸກຄົນ

ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຕາແສງບ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ #ຕາແສງ  #ລາຍງານ  #ຂໍ້ຕົກລົງ
02/04/2026

ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ
ຕາແສງບ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ

#ຕາແສງ #ລາຍງານ #ຂໍ້ຕົກລົງ

ລະບຽບການຄຸ້ມຄອງ ການເງິນຕາແສງ ສະບັບເລກທີ 433/ກງ.ນວ ລົງວັນທີ 04 ທັນວາ 2025 ເປັນລະບົບປະຕິບັດການທາງເອເລັກໂຕຣນິກ ເພື່ອຄຸ້ມຄອງ...
02/04/2026

ລະບຽບການຄຸ້ມຄອງ ການເງິນຕາແສງ ສະບັບເລກທີ 433/ກງ.ນວ ລົງວັນທີ 04 ທັນວາ 2025 ເປັນລະບົບປະຕິບັດການທາງເອເລັກໂຕຣນິກ ເພື່ອຄຸ້ມຄອງຕິດຕາມ ລາຍຮັບ-ລາຍຈ່າຍ ຄ່າທໍານຽມ ແລະ ຄ່າບໍລິການຂອງອົງການປົກຄອງຕາແສງ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ

#ຕາແສງ #ການເງິນ #ການບໍລິການ

01/04/2026

ຖ້າບໍ່ສົນເລື່ອງຄົນອື່ນ ຊີວິດຈະດີຂື້ນ "ຖ້າບໍ່ເກັ່ງ ຢ່າວິຈານ, ບໍ່ສະຫຼາດ ຢ່າໄປໂອ້ອວດ, ຍັງບໍ່ດີພໍ ຢ່າໄປຫຍູ້ງເລື່ອງເຂົາ, ບໍ່ຮັ່ງພໍ ຢ່າຈ່າຍໂອ້ອວດ, ຍັງບໍ່ສຳເລັດ ຢ່າດູຖູກເຂົາ"

ຄະນະລັດຖະບານ  ຊຸດທີ X  ມີທັງໝົດ 17  ທ່ານ ໂດຍ ແມ່ນທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ, ມີຮອງນາຍົກ ລັດຖະມົນຕີ 6 ທ່ານ--...
23/03/2026

ຄະນະລັດຖະບານ ຊຸດທີ X ມີທັງໝົດ 17 ທ່ານ ໂດຍ ແມ່ນທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ, ມີຮອງນາຍົກ ລັດຖະມົນຕີ 6 ທ່ານ
------------
23 ມີນາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສະເໜີ ໂຄງປະກອບກົງຈັກລັດຖະບານ, ເປົ້າໝາຍແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຊິ່ງກົງຈັກລັດຖະບານ ຊຸດທີ X ມີ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ ຕໍ່ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຊຸດທີ X.
ກອງປະຊຸມ ໄດ້ລົງຄະແນນສຽງ ຮັບຮອງເອົາ ການແຕ່ງຕັ້ງຮອງນາຍົກ, ຮັບຮອງເອົາໂຄງປະກອບກົງຈັກລັດຖະບານ ແລະ ສະມາຊິກລັດຖະບານ ດ້ວຍຄະແນນສຽງເຫັນດີເປັນເອກະສັນ
ຄະນະລັດຖະບານ ຊຸດທີ X ມີທັງໝົດ 17 ທ່ານ ດັ່ງນີ້
1. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ
2.ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ
3.ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງຍຸຕິທຳ
4.ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ
5.ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ
6.ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ
7.ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ
8.ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານ ແຫ່ງສປປລາວ
9.ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ
10.ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ
11.ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ
12.ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ
13.ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
14.ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ
15.ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ
16.ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ
17.ທ່ານ ສັນຕິສຸກ ສິມມະລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ
------------
#ຂ່າວ #ຄະນະລັດຖະບານລາວ #ຊຸດທີX

21/03/2026

ຂຶ້ນຊື່ວ່າ ຫາເງິນ
ບໍ່ມີຄຳວ່າສະບາຍດອກ
ທຸກກີບ ທຸກບາດ ຕ້ອງແລກມາດ້ວຍຢາດເຫື່ອ ຄວາມສາມາດ ຄວາມອົດທົນ ຄວາມພະຍາຍາມດ້ວຍກັນທັ້ງນັ້ນ ຟິວນີ້ຄົນຫາເງິນເທົ່ານັ້ນທີ່ເຂົ້າໃຈ 🥺

The 01/01-100 Lao Poem 20251. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້ "ຫຼາຍຄົນແມ່ນດີ  ຫຼາຍຜີແກ່ມໄກ່, ຫຼາຍໄມ້ໃຫຍ່ ເປືອງພ້າເປືອງຂວາ...
16/03/2026

The 01/01-100 Lao Poem 2025

1. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ຫຼາຍຄົນແມ່ນດີ ຫຼາຍຜີແກ່ມໄກ່, ຫຼາຍໄມ້ໃຫຍ່ ເປືອງພ້າເປືອງຂວານ / ຫຼາຍໄມ້ຫຼາຍມື ເຮັດຫຍັງກໍຄືງ່າຍຄືໄວ Many hands make light work"
2. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ປູກໝາກຈື່ງເຫັນຜົນ ຢາກເປັນຄົນ ຕ້ອງຮໍ່າຮຽນຄວາມຮູ້ / ເທວະດາຢູ່ຟ້າ ຈະຊ່ວຍຍູ້ຜູ້ທີ່ບຸກບືນ God help those who help themselves"
3. ສຸພາສິດລາວເຮົາເຊົ້າໆວັນນີ້
"ໂລກນີ້ແມ່ນມີຫຼາກຫຼາຍຣົດຊາດ ທີ່ແຕກຕ່າງກັນອອກໄປ ແລະ ໂລກມີໝົດທຸກສິ່ງທຸກຢ່າງທີ່ຕ້ອງໄດ້ປະເຊີນຜ່ານຜ່າ / It take all sorts to make a world "
4. ສຸພາສິດລາວເຊົ້າໆວັນນີ້
"ຍາມຈຳເປັນ (ຄວາມໝັ້ນຄົງ), ບໍ່ເຫັນຜິດບໍ່ເຫັນຖືກ ແລະ ຄວາມຈຳເປັນແມ່ນໄມ້ຫຼາບັງຄັບ / Necessity knowns no law & any port in a storm"
5. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ກຳຕ້ອງສະໜອງກຳ ຜູ້ກໍ່ກຳທຳເຂັນ, ຈະຈວບເວນຕອນທ້າຍ ແລະ ຜູ້ສ້າງບາບຈະໄດ້ຫາບເວນ / Sow the wind and reap the whirl wind "
6. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ, ຢາກຂ້າເພິ່ນຕົວຕາຍ ຢາກໃຫ້ເພິ່ນຈິບຫາຍໂຕວາຍວອດ / Least said soonest mended, The biter bit".
7. ສຸພາສິດລາວເຊົ້າໆວັນນີ້ "ກິນພວມຮ້ອນ ຢ້ອນພວມເມົາ ຕີເຫຼັກພວມຍັງຮ້ອນ ເຮັດຫຍັງຕ້ອງໃຫ້ທັນກັບສະພາບ / To strike while the iron is hot, to make hay while the sun shines "
8. ສຸພາສິດລາວເຮົາເຊົ້າໆວັນນີ້
"ຕັດສິນໃຈແລ້ວເຮັດໄດ້ທຸກຢ່າງ, ໃຈປະສົງແລ້ວ ແດນໃດກໍ່ດັ່ນຮອດ ໃຈຂີ້ຄ້ານກາງບ້ານກໍວ່າໜາມ / Where there’s will there’s a way"
9. ສຸພາສິດລາວເຮົາເຊົ້າໆວັນນີ້
"ຫຼາຍຮ່ອງຮູລຳຫ້ວຍ ໄຫຼໂຮມເປັນບຶງໃຫຍ່, ລຳແມ່ນໍ້າຂອງເລິກ ແລະ ກວ້າງ ຍ້ອນຫຼາຍແມ່ນໍ້າເຊ / Big oaks great oaks from little acorns grow"
10. ສຸພາສິດລາວເຮົາເຊົ້າໆວັນນີ້ "ຄວາຍບໍ່ຍອມກິນຫຍ້າ ແສນຊີ່ຂົ່ມກະເຂົາຫັກ ໝູບໍ່ຍອມກິນຮຳ ແສນຊີ່ຕ່ອຍຕີກະດັງເວີ້ / You can take, lead a horse to water but you can’t make it drink"
11. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ເມື່ອເຮົາບໍ່ຮູ້ບໍ່ເຫັນກໍບໍ່ມີບັນຫາ, ເມື່ອຮູ້ໄດ້ໄວ້ກ່ອນລ່ວງໜ້າ ກໍຈະບໍ່ເສັຍທ່າຕາມພາຍຫຼັງ ຕ້ອງຢູ່ໃນທ່າກຽມຕົວ / Forewarned is forearmed"
12. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ, ລະຫວ່າງເພື່ອນທີ່ດີ ການບັນຊີຕ້ອງຈະແຈ້ງ! / A friend in need is a friend in deed!"
13. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ຜູ້ກ້າເຮັດກ້າທຳ ເງິນຄຳບໍ່ອັ້ນ, ຜູ້ທີ່ລັງເລບໍ່ກ້າເຮັດບໍ່ກ້າທຳຫຍັງ ແມ່ນມີແຕ່ຫຳໂຕດໂຢດ / Nothing ventured nothing gained"
14. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ຊາດວ່າຍຸງຍາງໄມ້ ລົມຕີຍັງຫັກທ່ອງ, ບາດວ່າເຊື້ອຊາດຫຍ້າປ້ອງ ລົມຊັດຕ້ອງກໍບໍ່ຖອນ / Adapt and Survive"
15. ສຸພາສິດລາວເຊົ້າໆວັນນີ້
"ນາດີຍ້ອນກ້າ ພ້າເຂົ້າຍ້ອນຫີນຊາ, ນາດີຖາມເຖິງເຂົ້າປູກ ລູກດີຖາມເຖິງພໍ່ແມ່, ຄ່າຂອງຄົນຢູ່ທີ່ຜົນຂອງງານ / We judge the man by his work"
16. ສຸພາສິດລາວເຮົາເຊົ້າໆວັນນີ້
"ໃຈປະສົງແລ້ວ ແນວດີແຕ້ມຕື່ມ ໃຈບໍ່ຕັ້ງຕໍ່ແລ້ວ ແນວຮ້າຍຕູ່ຫາ, ຢາກຂ້ານ້ອງໝາ ເລີຍຕູ່ຫາວ່າເປັນວໍ້!
Gives a dog a bad name and hang him!"
17. ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ, ໄປນຳໃຜຕິດນິໃສນຳຜູ້ນັ້ນ, ແຮ້ງຢູ່ນຳໝູ່ແຮ້ງ ກາຢູ່ນຳໝູ່ກາ /
Birds of the feather flock together, You are known by the company you keep
18. ສຸພາສິດລາວເຮົາ ເຊົ້າໆຂອງວັນນີ້
"ໝັດແລກໝັດຢ່າງສະສົມ, ໜາມຍອກເອົາໜາມບົ່ງ, ຕາຕໍ່ຕາ ໝັດແກ້ໝັດ (ມາທໍ່ໃດຄືນໄປທໍ່ນັ້ນ)!
An eye for an eye and tooth for a tooth!"
19. ສຸພາສິດລາວເຮົາເຊົ້າໆຂອງວັນນີ້
"ທຸກເພີ່ນຫຼີກໜີ ມີເພີ່ນຢາກແວ່, ຢາກມີຫຼາຍເລີຍໄຮ້ ຢາກໄດ້ຫຼາຍເລີຍເສັຍ / Reputation shapes reaction, Grasp all lose all".
20. ສຸພາສິດລາວເຊົ້າໆຂອງວັນນີ້
"ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ, ມີແຕ່ລັງເລໃຈ ບໍ່ໄດ້ຫຍັງນຳເພີ່ນ / Faint heart never won fair lady, He who hesitates is lost"
21. ຄົນອັບປີຈັງໄຮ ມັນບໍ່ເຄີຍປ່ຽນແປງ, ພຽງເສແສ້ງປ່ຽນເປັນຜູ້ເຄາະຮ້າຍ ແລະ ຕໍານິຕິຕຽນຄົນອື່ນ! A toxic person never changes, they just switch victims and blame everyone else!
22. ສຸພາສິດລາວເຮົາເຊົ້າໆຂອງວັນນີ້ "ຈົ່ງຢ່າຫ້າງທ້ອງໄວ້ກິນໄຂ່ແລນ ຈົ່ງຢ່າຄາດຝັນໄວ້ໃນສິ່ງທີ່ບໍ່ທັນເກີດ / Don't count your chickens before they're hatched".
23. ສຸພາສິດລາວເຊົ້າວັນນີ້ "ແກ້ວບໍຜັດ ສາມປີເປັນແຮ່ ພີ່ນ້ອງບໍແວ່ສາມປີເປັນອື່ນ, ໄກຕາໄກໃຈ / Out of sight out of mind / Loin des yeux loin du coeur"
24. ສຸພາສິດລາວເຮົາຮຸ່ງເຊົ້າວັນນີ້
"ຈົ່ງໄດ້ອົດສາເຍື້ອນ ກິນຂີງຕາງຂ່າ ກິນນໍ້າທ່າຕາງນໍ້າອ້ອຍ ເມືອໜ້າຫາກຊິຫວານ / Everything comes to him who wait"
25. ສຸພາສິດບັນພະບຸລຸດລາວ "ໝາກຂີ້ກາກົມກ້ຽງ ທາງໃນນັ້ນພັດຂົມຝາດ, ບາດໝາກຂຽບຂີ້ຮ້າຍ ທາງໃນນັ້ນຊໍ້າພັດຫວານ / ຮູບລັກພາຍນອກມັນລວງຕາ, All that glitter is not gold".
26. ສຸພາສິດ "ໄດ້ເຮັດແລ້ວ ຕ້ອງເຮັດໃຫ້ສຸດ ຂຸດໃຫ້ເຖີງ / ໂຜດເຕົ່າໃຫ້ເຖີງໜອງ, Once you have started something you have to see it through".
27. ສຸພາສິດລາວເຮົາ "ຫຼັກບໍ່ແພ້ແຫຼມ / ວ່າໂຕກະດັດ ເພີ່ນພັດແຮ່ງກະດໍ້ (ວ່າໂຕຈໍ້ກໍ້ ເພິ່ນພັດນັ່ງໂພນ) There's always someone cleverer than you".
28. ສຸພາສິດລາວວັນນີ້ "ຜູ້ທີ່ຕົກທຸກ ມີແຕ່ອຸກແຕ່ອັ່ງ, ຜູ້ທີ່ຮັ່ງ ເງິນພັດລັ່ງທັ່ງເທມາຫາ, ໄຫໃຫຍ່ພັດລົ້ນ ໄຫນ້ອຍພັດບໍ່ເຕັມ / Money attracts money, money makes money"
29. ສຸພາສິດລາວປະຈຳວັນນີ້ "ຜູ້ຈະຮັ່ງ ນອນບໍ່ຫຼັບ, ຜູ້ຈະດັບ ນອນບໍ່ຕື່ນ, ຜູ້ຕື່ນເດິກລຸກເຊົ້າ ມີເຂົ້າເຕັມເລົ້າເຕັມເຍັຍ - It's the early bird that catches the worm".
30. ສຶກສາພຸດທະທັມ "ສະຕິມາ ປັນຍາເກີດ, ອະຄະຕິ ແມ່ນການສ້າງບັນຫານ້ອຍໆ ໃຫ້ກາຍເປັນເລື່ອງໃຫຍ່ ແລະ ການມີສະຕິ ແມ່ນການເຮັດໃຫ້ບັນຫາໃຫຍ່ໆ ກາຍເປັນເລື່ອງນ້ອຍ".
31. ສຸພາສິດບັນພະບຸລຸດລາວເຮົາກ່າວໄວ້
"ສິບກີບຢູ່ຟາກນໍ້າ ຢ່າໄດ້ອ່າວຄະນິງຫາ ສອງອັດແລ່ນມາມື ໃຫ້ຮີບກຳເອົາໄວ້", "ຢ່າໄວ້ໃຈທາງ ຢ່າວາງໃຈຄົນ ມັນຈົນໃຈໂຕ".
32. ອັດສະຈັນໃຈໂອ້ ໂອລະນໍມະນຸດເອີຍ "ເກີດມາຮ່າງກາຍເຮົາມີ ສອງຫູ ສອງຕາ ສອງມື ແນວລະສອງໆ, ແຕ່ພັດເຮົາມີພຽງໜື່ງປາກ ຈົ່ງມີສະຕິໃນເວົ້າຈາສະທ້ອນຄວາມຄິດເຫັນ".
33. ຂອງແຊບຂື້ນນຳຜູ້ມັກ ຂອງຄັກຂື້ນກັບຜູ້ນິຍົມ / There is no accounting for tastes / Des gouts et des couleurs on ne discute pas, chacun ses gouts!
34. ສຸພາສິດບັນພະບຸຣຸດລາວໄດ້ກ່າວໄວ້ "ຄວາຍຊົນຄວາຍ ແພ້ຫຍ້າແພດ (ຜູ້ສູນເສັຍ), ລີງຊິງລີງຂື້ນຕົ້ນໄມ້ ບາດຊິໄດ້ພັດແມ່ນ ບັກໂກກນາໂຖ
(ຜູ້ຊະນະ)!".
35.ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ຫຼາຍຄົນແມ່ນດີ ຫຼາຍຜີແກ່ມໄກ່, ຫຼາຍໄມ້ໃຫຍ່ ເປືອງພ້າເປືອງຂວານ / ຫຼາຍໄມ້ຫຼາຍມື ເຮັດຫຍັງກໍຄືງ່າຍຄືໄວ Many hands make light work"
36. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ປູກໝາກຈື່ງເຫັນຜົນ ຢາກເປັນຄົນ ຕ້ອງຮໍ່າຮຽນຄວາມຮູ້ / ເທວະດາຢູ່ຟ້າ ຈະຊ່ວຍຍູ້ຜູ້ທີ່ບຸກບືນ God help those who help themselves"
37. ສຸພາສິດລາວເຮົາເຊົ້າໆວັນນີ້
"ໂລກນີ້ແມ່ນມີຫຼາກຫຼາຍຣົດຊາດ ທີ່ແຕກຕ່າງກັນອອກໄປ ແລະ ໂລກມີໝົດທຸກສິ່ງທຸກຢ່າງທີ່ຕ້ອງໄດ້ປະເຊີນຜ່ານຜ່າ / It take all sorts to make a world "
38. ສຸພາສິດລາວເຊົ້າໆວັນນີ້
"ຍາມຈຳເປັນ (ຄວາມໝັ້ນຄົງ), ບໍ່ເຫັນຜິດບໍ່ເຫັນຖືກ ແລະ ຄວາມຈຳເປັນແມ່ນໄມ້ຫຼາບັງຄັບ / Necessity knowns no law & any port in a storm"
39. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ກຳຕ້ອງສະໜອງກຳ ຜູ້ກໍ່ກຳທຳເຂັນ, ຈະຈວບເວນຕອນທ້າຍ ແລະ ຜູ້ສ້າງບາບຈະໄດ້ຫາບເວນ / Sow the wind and reap the whirl wind "
40. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ, ຢາກຂ້າເພິ່ນຕົວຕາຍ ຢາກໃຫ້ເພິ່ນຈິບຫາຍໂຕວາຍວອດ / Least said soonest mended, The biter bit".
41. ສຸພາສິດລາວເຊົ້າໆວັນນີ້ "ກິນພວມຮ້ອນ ຢ້ອນພວມເມົາ ຕີເຫຼັກພວມຍັງຮ້ອນ ເຮັດຫຍັງຕ້ອງໃຫ້ທັນກັບສະພາບ / To strike while the iron is hot, to make hay while the sun shines "
42. ສຸພາສິດລາວເຮົາເຊົ້າໆວັນນີ້
"ຕັດສິນໃຈແລ້ວເຮັດໄດ້ທຸກຢ່າງ, ໃຈປະສົງແລ້ວ ແດນໃດກໍ່ດັ່ນຮອດ ໃຈຂີ້ຄ້ານກາງບ້ານກໍວ່າໜາມ / Where there’s will there’s a way"
43. ສຸພາສິດລາວເຮົາເຊົ້າໆວັນນີ້
"ຫຼາຍຮ່ອງຮູລຳຫ້ວຍ ໄຫຼໂຮມເປັນບຶງໃຫຍ່, ລຳແມ່ນໍ້າຂອງເລິກ ແລະ ກວ້າງ ຍ້ອນຫຼາຍແມ່ນໍ້າເຊ / Big oaks great oaks from little acorns grow"
44. ສຸພາສິດລາວເຮົາເຊົ້າໆວັນນີ້ "ຄວາຍບໍ່ຍອມກິນຫຍ້າ ແສນຊີ່ຂົ່ມກະເຂົາຫັກ ໝູບໍ່ຍອມກິນຮຳ ແສນຊີ່ຕ່ອຍຕີກະດັງເວີ້ / You can take, lead a horse to water but you can’t make it drink"
45.?ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ເມື່ອເຮົາບໍ່ຮູ້ບໍ່ເຫັນກໍບໍ່ມີບັນຫາ, ເມື່ອຮູ້ໄດ້ໄວ້ກ່ອນລ່ວງໜ້າ ກໍຈະບໍ່ເສັຍທ່າຕາມພາຍຫຼັງ ຕ້ອງຢູ່ໃນທ່າກຽມຕົວ / Forewarned is forearmed"
46. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ, ລະຫວ່າງເພື່ອນທີ່ດີ ການບັນຊີຕ້ອງຈະແຈ້ງ! / A friend in need is a friend in deed!"
47. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ຜູ້ກ້າເຮັດກ້າທຳ ເງິນຄຳບໍ່ອັ້ນ, ຜູ້ທີ່ລັງເລບໍ່ກ້າເຮັດບໍ່ກ້າທຳຫຍັງ ແມ່ນມີແຕ່ຫຳໂຕດໂຢດ / Nothing ventured nothing gained"
48. ມີແຕ່ລັງເລໃຈ ບໍ່ໄດ້ຫຍັງນຳເພີ່ນ "He who hesitates is lost / A hesiter on n'obtient rien".
49. ສຸພາສິດລາວເຮົາປະຈຳເຊົ້າໆວັນນີ້
"ຊາດວ່າຍຸງຍາງໄມ້ ລົມຕີຍັງຫັກທ່ອງ, ບາດວ່າເຊື້ອຊາດຫຍ້າປ້ອງ ລົມຊັດຕ້ອງກໍບໍ່ຖອນ / Adapt and Survive"
50. ສຸພາສິດລາວເຊົ້າໆວັນນີ້
"ນາດີຍ້ອນກ້າ ພ້າເຂົ້າຍ້ອນຫີນຊາ, ນາດີຖາມເຖິງເຂົ້າປູກ ລູກດີຖາມເຖິງພໍ່ແມ່, ຄ່າຂອງຄົນຢູ່ທີ່ຜົນຂອງງານ / We judge the man by his work"
51. ສຸພາສິດລາວເຮົາເຊົ້າໆວັນນີ້
"ໃຈປະສົງແລ້ວ ແນວດີແຕ້ມຕື່ມ ໃຈບໍ່ຕັ້ງຕໍ່ແລ້ວ ແນວຮ້າຍຕູ່ຫາ, ຢາກຂ້ານ້ອງໝາ ເລີຍຕູ່ຫາວ່າເປັນວໍ້!
Gives a dog a bad name and hang him!"
52. ສຸພາສິດລາວເຮົາ ເຊົ້າໆຂອງວັນນີ້
"ໝັດແລກໝັດຢ່າງສະສົມ, ໜາມຍອກເອົາໜາມບົ່ງ, ຕາຕໍ່ຕາ ໝັດແກ້ໝັດ (ມາທໍ່ໃດຄືນໄປທໍ່ນັ້ນ)!
An eye for an eye and tooth for a tooth!"
53. ສຸພາສິດລາວເຮົາເຊົ້າໆຂອງວັນນີ້
"ທຸກເພີ່ນຫຼີກໜີ ມີເພີ່ນຢາກແວ່, ຢາກມີຫຼາຍເລີຍໄຮ້ ຢາກໄດ້ຫຼາຍເລີຍເສັຍ / Reputation shapes reaction, Grasp all lose all".
54. ສຸພາສິດລາວເຊົ້າໆຂອງວັນນີ້
"ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ, ມີແຕ່ລັງເລໃຈ ບໍ່ໄດ້ຫຍັງນຳເພີ່ນ / Faint heart never won fair lady, He who hesitates is lost"
55. ສຸພາສິດລາວເຮົາເຊົ້າໆຂອງວັນນີ້ "ຈົ່ງຢ່າຫ້າງທ້ອງໄວ້ກິນໄຂ່ແລນ ຈົ່ງຢ່າຄາດຝັນໄວ້ໃນສິ່ງທີ່ບໍ່ທັນເກີດ / Don't count your chickens before they're hatched".
56. ສຸພາສິດລາວເຊົ້າວັນນີ້ "ແກ້ວບໍຜັດ ສາມປີເປັນແຮ່ ພີ່ນ້ອງບໍແວ່ສາມປີເປັນອື່ນ, ໄກຕາໄກໃຈ / Out of sight out of mind / Loin des yeux loin du coeur"
57. ສຸພາສິດລາວເຮົາຮຸ່ງເຊົ້າວັນນີ້
"ຈົ່ງໄດ້ອົດສາເຍື້ອນ ກິນຂີງຕາງຂ່າ ກິນນໍ້າທ່າຕາງນໍ້າອ້ອຍ ເມືອໜ້າຫາກຊິຫວານ / Everything comes to him who wait"
58. ສຸພາສິດບັນພະບຸລຸດລາວ "ໝາກຂີ້ກາກົມກ້ຽງ ທາງໃນນັ້ນພັດຂົມຝາດ, ບາດໝາກຂຽບຂີ້ຮ້າຍ ທາງໃນນັ້ນຊໍ້າພັດຫວານ / ຮູບລັກພາຍນອກມັນລວງຕາ, All that glitter is not gold".
59. ສຸພາສິດ "ໄດ້ເຮັດແລ້ວ ຕ້ອງເຮັດໃຫ້ສຸດ ຂຸດໃຫ້ເຖີງ / ໂຜດເຕົ່າໃຫ້ເຖີງໜອງ, Once you have started something you have to see it through".
60. ສຸພາສິດລາວເຮົາ "ຫຼັກບໍ່ແພ້ແຫຼມ / ວ່າໂຕກະດັດ ເພີ່ນພັດແຮ່ງກະດໍ້ (ວ່າໂຕຈໍ້ກໍ້ ເພິ່ນພັດນັ່ງໂພນ) There's always someone cleverer than you".
61. ສຸພາສິດລາວວັນນີ້ "ຜູ້ທີ່ຕົກທຸກ ມີແຕ່ອຸກແຕ່ອັ່ງ, ຜູ້ທີ່ຮັ່ງ ເງິນພັດລັ່ງທັ່ງເທມາຫາ, ໄຫໃຫຍ່ພັດລົ້ນ ໄຫນ້ອຍພັດບໍ່ເຕັມ / Money attracts money, money makes money"
62. ສຸພາສິດລາວປະຈຳວັນນີ້ "ຜູ້ຈະຮັ່ງ ນອນບໍ່ຫຼັບ, ຜູ້ຈະດັບ ນອນບໍ່ຕື່ນ, ຜູ້ຕື່ນເດິກລຸກເຊົ້າ ມີເຂົ້າເຕັມເລົ້າເຕັມເຍັຍ - It's the early bird that catches the worm".
63. ສຶກສາພຸດທະທັມ "ສະຕິມາ ປັນຍາເກີດ, ອະຄະຕິ ແມ່ນການສ້າງບັນຫານ້ອຍໆ ໃຫ້ກາຍເປັນເລື່ອງໃຫຍ່ ແລະ ການມີສະຕິ ແມ່ນການເຮັດໃຫ້ບັນຫາໃຫຍ່ໆ ກາຍເປັນເລື່ອງນ້ອຍ".
64. ສຸພາສິດບັນພະບຸລຸດລາວເຮົາກ່າວໄວ້
"ສິບກີບຢູ່ຟາກນໍ້າ ຢ່າໄດ້ອ່າວຄະນິງຫາ ສອງອັດແລ່ນມາມື ໃຫ້ຮີບກຳເອົາໄວ້", "ຢ່າໄວ້ໃຈທາງ ຢ່າວາງໃຈຄົນ ມັນຈົນໃຈໂຕ".
65. ສຸພາສິດບັນພະບຸຣຸດລາວໄດ້ກ່າວໄວ້ "ຄວາຍຊົນຄວາຍ ແພ້ຫຍ້າແພດ (ຜູ້ສູນເສັຍ), ລີງຊິງລີງຂື້ນຕົ້ນໄມ້ ບາດຊິໄດ້ພັດແມ່ນ ບັກໂກກນາໂຖ
(ຜູ້ຊະນະ)!".
66. ສຸພາສິດລາວເຮົາເຊົ້າໆວັນນີ້
"ຢາກມີຫຼາຍເລີຍໄຮ້ ຢາກໄດ້ຫຼາຍເລີຍເສັຍ, ແຫ່ງໄດ້ແຫ່ງຫຍ້າມ ຄົນເຮົານີ້ບໍ່ມີມື້ພໍຈັກຄົນ /Grasp all lose all, appetite comes with eating"
67. ໄມ້ລຳດຽວ ອ້ອມຮົ້ວບໍໄຄ່ວ ໄພ່ບໍພ້ອມ ແປງບ້ານບໍເຮືອງ "One swallow doesn't make a summer / Une hirondelle ne fait pas le printemps"
68. ໄກຕາໄກໃຈ / ແກ້ວບໍຜັດ ສາມປີເປັນແຮ່ ພີ່ນ້ອງບໍແວ່ສາມປີເປັນອື່ນ "Out of sight out of mind / Loin des yeux loin du coeur"
69. ສິບສະຫຼຶງຢູ່ຟາກນໍ້າ ຢ່າໄດ້ອ່າວຄະນຶງຫາ ສອງຕຳລຶງມາມື ໃຫ້ຄ່ອຍກຳຕຳລຶງມາມື ໃຫ້ຄ່ອຍກຳເອົາໄວ້ "A bird in the hand is worth two in the bush / Un tiens vaut mieux que deux tu l'auras"
70. ຈົ່ງຢ່າຫ້າງທ້ອງກິນໄຂ່ແລນ ຈົ່ງຢ່າຝັນກ່ອນເກີດ "Don't count your chickens before they're hatched / Il ne faut pas vendre la peau de l'ours avant de l'avoir tue"
71. ຜູ່ຈະຮັ່ງ ນອນບໍ່ຫຼັບ, ຜູ່ຈະດັບ ນອນບໍ່ຕື່ນ, ຜູ່ຕື່ນເດິກລຸກເຊົ້າ ມີເຂົ້າເຕັມເລົ້າເຕັມເຍັຍ "It's the early bird that catches the worm / L'avenir appartient a ceux qui se levent tot"
72. ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ, ໄປນຳໃຜຕິດນິໃສນຳຜູ່ນັ້ນ "You are known by the company you keep / Dis-moi qui tu hantes, je te dirai qui tu es"
73. ແຮ້ງຢູ່ນຳໝູ່ແຮ້ງ ກາຢູ່ນຳໝູ່ກາ "Birds of the feather flock together / Qui se ressemble s'assemble"
74. ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ "Spare the rod and spoil the child / Qui aime bien chatie bien"
75. ຈົ່ງໄດ້ອົດສາເຍື້ອນ ກິນຂີງຕາງຂ່າ ກິນນໍ້າທ່າຕາງນໍ້າອ້ອຍ ເມືອໜ້າຫາກຊິຫວານ / ຈົ່ງໄດ້ອົດສາເຍື້ອນ ກິນກອຍຕາງເຂົ້າໃໝ່ ເຂົ້າໃໝ່ມາຮອດແລ້ວ ຈື່ງວາງຖີ້ມກະຕ່າກອຍ "Everything comes to him who wait / Tout vient a point a qui sait attendre"
76. ໝາຂີ້ກາກົມກ້ຽງ ທາງໃນນັ້ນຂົມຝາດ ບາດໝາກຂຽບຂີ້ຮ້າຍ ທາງໃນນັ້ນຊໍ້າພັດຫວານ / ຮູບນອກມັນລວງຕາ "All that glitter is not gold / Tout ce qui brille n'est pas or"
77. ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ "Beauty is only skin-deep / La beaute est superficielle"
78. ໄດ້ເຮັດແລ້ວ ຕ້ອງເຮັດໃຫ້ສຸດ ຂຸດໃຫ້ເຖີງ / ໂຜດເຕົ່າໃຫ້ເຖີງໜອງ "Once you have started something you have to see it through / Quand le vin est tire il faut le boire"
79. ປູກໝາກຈື່ງເຫັນຜົນ ຢາກເປັນຄົນ ຕ້ອງຮໍ່າຮຽນຄວາມຮູ້ / ເທວະດາຢູ່ຟ້າ ຈະຊ່ວຍຍູ້ຜູ່ບຸກບືນ "God help those who help themselves / Aide-toi le ciel t'aidera"
80. ຜູ່ຕົກທຸກ ມີແຕ່ອຸກອັ່ງ ຜູ່ທີ່ຮັ່ງ ເງິນລັ່ງມາຫາ / ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມ "Money attracts money, money makes money / L'argent va ou est l'argent, l'argent va a l'argent"
81. ທຸກເພີ່ນຫຼີກໜີ ມີເພີ່ນຢາກແວ່ "Reputation shapes reaction / On ne prete qu'aux riches"
82. ທຸກຂະໝອດໄຮ້ ເງິນໃຊ້ບໍ່ມີ / ເຂົ້າຂາດແລງ ແກງຂາດໝໍ້ / ທຸກຍາກຂາດເຂີນ "To be on the bread line / Etre sans le sou, etre dans la puree"
83. ຫຼາຍຄົນແມ່ນດີ ຫຼາຍຜີແກ່ມໄກ່ ຫຼາຍໄມ້ໃຫຍ່ ເປືອງພ້າເປືອງຂວານ / ຫຼາຍໄມ້ຫຼາຍມື ເຮັດຫຍັງກໍຄືງ່າຍຄືໄວ "Many hands make light work / Plus on est nombreux plus ca va vite"
84. ຢາກມີຫຼາຍເລີຍໄຮ້ ຢາກໄດ້ຫຼາຍເລີຍເສັຍ "Grasp all, lose all / Qui trop embrasse mal etreint"
85. ຈົ່ງຫຼີກບ່ອນແຂງ ໃຫ້ແທງບ່ອນອ່ອນ "It's the matter of choosing the lesser of the two evils / Entre deux maux il faut choisir le moindre"
86. ຫຼັກບໍ່ແພ້ແຫຼມ / ວ່າໂຕກະດັດ ເພີ່ນພັດແຮ່ງກະດໍ້ "There's always someone cleverer than you / A malin malin et demi"
87. ໃຈປະສົງແລ້ວ ແນວດີແຕ້ມຕື່ມ ໃຈບໍ່ຕັ້ງຕໍ່ແລ້ວ ແນວຮ້າຍຕູ່ຫາ / ໃຈປະສົງຢາກຂ້າໂຕໝາ ຕູ່ຫາວ່າເປັນວໍ້ "Gives a dog a bad name (and hang him / Qui veut noyer son chien l'accuse de la rage"
88. ຄວາມໃຈບຸນຂອງຄົນ ເລີ່ມທີ່ຕົນສາກ່ອນ "Charity begins at home / Charite bien ordonnee commence par soi-meme"
89. ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ "Faint heart never won fair lady / La pusillanimite n'est point la clef des coeurs feminins; qui ne risque rien n'a rien"
90. ພາກພູມໃຈໃນຄຳຄົມບູຮານລາວ (01) "ໝາກເດື່ອ ຢ່າຄ້າ, ປ່າຊ້າ ຢ່າໜີ, ບໍ່ດີ ຢ່າທຳ, ບໍ່ຈຳ ຢ່າສອນ, ຄົນມັກງອນ ຢ່າໄປງໍ້, ຄົນຍອກ ຢ່າເຄືອງ, ຄົນເປືອງ ຢ່າໃຊ້, ບໍ່ໄປ ຢ່າເຂັນ".
91. ຄຳຄົມບູຮານລາວ (02) "ບໍ່ຫລີ້ນ ຢ່າຊວນ, ຕີລວນ ຢ່າຫນີ, ມີຫນີ້ ຢ່າໜຽວ, ຄວາຍປ່ຽວ ຢ່າປ່ອຍ, ເພີ່ນໃຊ້ດຸ ຢ່າຈົມ, ໃຈຄົນ ຢ່າເຊື່ອ, ລູກເສືອ ຢ່າລ້ຽງ, ສະບຽງອາຫານ ຢ່າຂາດ".
92. ພູມໃຈໃນຄຳຄົມບູຮານລາວ (03) "ສະຫຼາດ ຢ່າໂກງ, ໄມ້ໂຄງ ຢ່າດັດ, ປາກຈັດ ຢ່າໄປດ່າ, ຄູວ່າ ຢ່າຖຽງ, ບ້ານອຽງ ຢ່າຝືນ, ບໍ່ກືນ ຢ່າອົມ,
ຢາຂົມ ຢ່າຄາຍ, ເສຍດາຍ ຢ່າຖີ້ມ".
93. ພາກພູມໃຈຄຳຄົມບູຮານລາວ (04) "ບໍ່ຈີ່ງ ຢ່າເວົ້າ, ບູດເໜົ່າ ຢ່າກີນ, ຄົນກິນ ຢ່າຍຸ, ຄົນດຸ ຢ່າທ້າ, ຄົນບ້າ ຢ່າຍົວະ, ຄົນຢ້ານກົວ ຢ່າແຍ່, ຄົນແກ່ ຢ່າບຽດ, ຄົນກຽດຊັງ ຢ່າໃກ້".
94. ພາກພູມໃຈຄຳຄົມບູຮານລາວ (05) "ໝັ່ນໃສ ຍ່າຫຼຽວມອງ, ຄົນຈອງຫອງ ຢ່າຄົບ, ບໍ່ພົບເຫັນ ຢ່າຫາ, ໝູໝາ ຢ່າຍຽບ, ໄດ້ປຽບ ຢ່າຍິງ, ຜູ້ຍິງ ຢ່າໄປຫລົງ, ໃຈຄົນ ຢ່າເຊື່ອ".
95. ຄຳຜະຫຍາບູຮານລາວ ເຊົ້າວັນນີ້
"1. ທຸກຢູ່ທີປາກ ລວຍຢູ່ທີປາກ ຕາຍຢູ່ທີປາກ, 2. ປະຕິຫານເກີດຈາກ ຄວາມພາກພຽນ, 3. ສັດທາ ຄວາມເຫຼື້ອມໃສ່ໃນການກະທຳ".
96. ຄຳຜະຫຍາບູຮານລາວ ເຊົ້າວັນນີ້
"1. ໂອກາດເກີດຈາກ ສີມື, 2. ສັກສິດເກີດຈາກ ທີ່ຄຳເວົ້າ, 3. ໂຊກລາບເກີດຈາກ ການສະແຫວງຫາ, 4. ອັດສະຈັນ ແມ່ນຈິດໃຈມະນຸດ".
97. ຄຳຜະຫຍາບູຮານລາວ ເຊົ້າວັນນີ້
"1. ບາລະມີ ຄວາມເຂັ້ມແຂງ ເດັດດຽວ, 2. ຄວາມຢ້ານ ຄືຄວາມບໍ່ຮູ້, 3. ຄວາມຍຸຕິທັມ ແມ່ນຄວາມກ້າຫານ, 4. ມີເຫດເກີດ ຕ້ອງມີຜົນຕາມມາ".
98. ຄຳຜະຫຍາບູຮານລາວ ເຊົ້າວັນນີ້
"ໄດ້ມາກໍ່ຢ່າດີໃຈ ເສຍໄປກໍ່ຢ່າໂສກ,
ເພາະທຸກຢ່າງເທີງໂລກ ບໍ່ແມ່ນຂອງເຮົາຈັກຢ່າງ
ລວມທັງໂຕຂອງເຮົາເອງ".
99. ສຸພາສິດລາວ ກ່າວໄວ້ "ຊີ້ນບໍ່ໄດ້ກິນ ໜັງບໍ່ໄດ້ນັ່ງ ກະດູກແຂວນຄໍ ແລະ ເພິ່ນຫາມໝູ ຢ່າເອົາໄມ້ຄານໄປສອດ" ໝາຍເຖິງການປ່ອຍວາງ ຢ່າເອົາບັນຫາເພິ່ນມາເປັນບັນຫາໂຕ!
100. ໂອລະນໍເພິ່ນວ່າ ຄຳຄົມຊາວບ້ານ "ຄັນໄດ້ເປັນເຈົ້ານາຍແລ້ວ ຢ່າທຳໂຕມາດໃຫຍ່, ຄັນໄດ້ກິນແກງໄກ່ຕົ້ມ ຢ່າລືມຊົ້ວຂຽດກະປອມ, ຄັນໄດ້ກິນລາບກ້ອຍ ຢ່າລືມແຈ່ວແມງດາ".
101. ໂອລະນໍ ຄຳຄົມຊາວບ້ານ "ຄັນໄດ້ຢູ່ປາສາດງາມ ຢ່າໄດ້ລືມຖຽງນານ້ອຍ, ລົມຊອຍວອຍມາພ້ອມ ເຢັນສະບາຍສຸດມ່ວນ ບໍ່ໄດ້ເຄືອງເດືອດຮ້ອນ ເໝືອນຢູ່ນັ້ນປາສາດງາມ ແທ້ໃດ".
102. ພຸທທັມ "(1) ເບີ່ງຄົນຜິດ ບໍ່ຕາບອດ ມີຈິດໃຈເມດຕາ (2) ຊ່ວຍເຫຼືອຄົນຜິດ ບໍ່ວ່າບໍ່ຮູ້ ເຫັນແກ່ຄວາມຮູ້ສຶກຜູ້ອື່ນ (3) ຍອມຫຼີກທາງໃຫ້ ບໍ່ວ່າບໍ່ມີເຫດຜົນ ບໍ່ຢາກເອົາຊະນະ."

#ຄຳສຸພາສິດ #ສຸພາສິດບູຮານ #ຄໍາຄົມ #ແຮງບັນດານໃຈ #ລາວ

ຄວາມຈິງຂອງມະນຸດທຸກວັນນີ້……ມັກໄປຢ້ຽມ ເວລາປ່ວຍ ມັກໄປຊ່ວຍ ເວລາຕາຍມັກໃສ່ຮ້າຍ ເວລາເປັນ  ມັກເຫັນໃຈກັນ ເວລາເຜົາມັກເອົາເລື່ອງເຂົ...
09/03/2026

ຄວາມຈິງຂອງມະນຸດທຸກວັນນີ້……

ມັກໄປຢ້ຽມ ເວລາປ່ວຍ
ມັກໄປຊ່ວຍ ເວລາຕາຍ
ມັກໃສ່ຮ້າຍ ເວລາເປັນ
ມັກເຫັນໃຈກັນ ເວລາເຜົາ
ມັກເອົາເລື່ອງເຂົາມາເລົ່າ ຕອນເປັນຜີ

#ມະນຸດ #ທຳມະ #ສັງຄົມ

ປາກເຊແດນງາມ ສົມຄຳລ້ຳລືກ່າວຂານ❤️
05/03/2026

ປາກເຊແດນງາມ ສົມຄຳລ້ຳລືກ່າວຂານ❤️

ລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ Xປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກມີຈຳນວນ 15 ທ່ານ, ຍິງ 4 ທ່ານ ………...
04/03/2026

ລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ Xປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ
ມີຈຳນວນ 15 ທ່ານ, ຍິງ 4 ທ່ານ
………………………………………………………………………….
​ໃນຕອນບ່າຍວັນທີ 2 ມີນາ 2026, ທ່ານ ປອ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການ ຄະນະປະຈຳການ ຄະນະກຳມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບ ປະກາດແຈ້ງການຂອງຄະນະກຳມະການເລືອກຕັ້ງລະດັບຊາດ ສະບັບເລກທີ 91/ຄລຊ, ລົງວັນທີ 02/03/2026 ກ່ຽວກັບລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຢູ່ເຂດເລືອກຕັ້ງຕ່າງໆ ໃນຂອບເຂດທົ່ວປະເທດ.

ໃນນັ້ນ, ລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ປະກອບມີດັ່ງນີ້
1) ທ່ານ ສອນໄຊ ສີພັນດອນ
2) ທ່ານ ອາລຸນໄຊ ສູນນະລາດ
3) ທ່ານ ນາງ ມີນາ ສີວິໄລ
4) ທ່ານ ແກ້ວລັດຕະນະ ສີຫາວົງ
5) ທ່ານ ດຣ. ໄພວັນ ແກ້ວປະເສີດ
6) ທ່ານ ນາງ ພອນເພັດ ອຸ່ນແກ້ວ
7) ທ່ານ ສິງຄໍາ ວົງພະຈັນ
😎 ທ່ານ ວັນນະສັກ ຊາດຕະກຸນ
9) ທ່ານ ປອ. ບຸນຍະເດດ ທອງສະຫວັນ
10) ທ່ານ ອະນຸສັກ ຈັນທະປະເສີດ
11) ທ່ານ ພູວົງ ອະໄພ
12) ທ່ານ ພົ.ວ ແສງທອງ ທໍາມະເທວາ
13) ທ່ານ ນາງ ປານຄໍາ ຂະຫຍອງເອກ
14) ທ່ານ ນາງ ບຸນສຸວັນ ໂພໄຊຊະນະສັກ
15) ທ່ານ ທິບພະສອນ ສະມາເລິກ
-----------

#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

ແຈ້ງຜົນການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງຈຳປາສັກ ຊຸດທີ V          -------------------------------------​ຄະນະປະຈຳການ ຄະນະ...
01/03/2026

ແຈ້ງຜົນການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງຈຳປາສັກ ຊຸດທີ V
-------------------------------------
​ຄະນະປະຈຳການ ຄະນະກຳມະການເລືອກຕັ້ງລະດັບທ້ອງຖິ່ນ ແຂວງຈຳປາສັກ ໄດ້ອອກຖະແຫຼງການຢ່າງເປັນທາງການ ກ່ຽວກັບຜົນສຳເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ທີ່ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2026 ທີ່ຜ່ານມາ.
​1. ຕົວເລກສະຖິຕິການມາໃຊ້ສິດປ່ອນບັດ
​ການເລືອກຕັ້ງໃນຄັ້ງນີ້ໄດ້ດຳເນີນໄປຢ່າງຟົດຟື້ນໃນທົ່ວແຂວງ ໂດຍມີລາຍລະອຽດດັ່ງນີ້:
​ໜ່ວຍປ່ອນບັດທັງໝົດ: 615 ໜ່ວຍ.
​ຜູ້ມາໃຊ້ສິດປ່ອນບັດຕົວຈິງ: 380,835 ຄົນ (ໃນນີ້ເປັນຍິງ 181,958 ຄົນ).
​ອັດຕາສ່ວນ: ບັນລຸໄດ້ 103.15% ຂອງແຜນການ (ລື່ນຄາດໝາຍທີ່ວາງໄວ້).
​2. ຜົນການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ (ສສຂ)
​ຈາກຜູ້ສະໝັກທັງໝົດ 70 ທ່ານ (ຍິງ 20 ທ່ານ), ຜູ້ມີສິດປ່ອນບັດໄດ້ຄັດເລືອກເອົາຕົວແທນຂອງຕົນເຂົ້າໃນສະພາປະຊາຊົນແຂວງ ຊຸດທີ V ຈຳນວນ 50 ທ່ານ (ຍິງ 13 ທ່ານ) ເຊິ່ງມີລາຍຊື່ແບ່ງຕາມເຂດເລືອກຕັ້ງເມືອງ/ນະຄອນ ດັ່ງນີ້:

ເຂດເລືອກຕັ້ງ ລາຍຊື່ຜູ້ໄດ້ຮັບເລືອກຕັ້ງ
I. ນະຄອນປາກເຊ (5 ທ່ານ) 1. ທ່ານ ປອ ວັນນະໄຊ ຊາດຕະກຸນ, 2. ທ່ານ ໄກສອນ ລາດຊະວົງ, 3. ປອ ປາດຖະໜາ ພອນທິບ, 4. ທ່ານ ນາງ ແສງເດືອນ ສີຫາວົງ, 5. ທ່ານ ສັນຕິສຸກ ອໍແກ້ວເຕໂຊ
II. ເມືອງຊະນະສົມບູນ (5 ທ່ານ) 1. ທ່ານ ຄໍາສີ ຫຼິນສະຫວາດ, 2. ທ່ານ ນາງ ໄຊຍະລິດ ວົງສາລະວັນ, 3. ທ່ານ ສໍາລານ ອອ່ນໄຊວຽງ, 4. ທ່ານ ຄໍາສະໄຫວ ຂໍາມະວົງ, 5. ທ່ານ ສິດທິໄຊ ວິໄລສານ
III. ເມືອງບາຈຽງຈະເລີນສຸກ (5 ທ່ານ) 1. ທ່ານ ປອ ອໍານວຍ ເຮືອງວົງສາ, 2. ທ່ານ ນາງ ພັດຊະລິ ພົດຈະນະກິດ, 3. ທ່ານ ຄໍາໄພ ຂັນທະລີໄຊ, 4. ທ່ານ ຄອນສະຫວັນ ວົງພະຈັນ, 5. ພັທ ທະວີໄຊ ອາໄລຮັກ
IV. ເມືອງປາກຊ່ອງ (5 ທ່ານ) 1. ທ່ານ ບຸນລິດ ເທບບຸນສູງ, 2. ທ່ານ ຄໍາ ນິລະວົງ, 3. ທ່ານ ນາງ ບຸນເຮືອງ ແຄຣ໌ລິດດັງ, 4. ທ່ານ ນາງ ດວງວັນດອນ ໄຊຍະລາດ, 5. ທ່ານ ດາວຊອນ ມະນີໄຊ
V. ເມືອງປະທຸມພອນ (5 ທ່ານ) 1. ທ່ານ ສົມຈິດ ແພງສະຫວັດ, 2. ທ່ານ ວັນດີ ອັກຄະວົງ, 3. ທ່ານ ນາງ ສຸກກັນຍາ ທຳມະນູນ, 4. ທ່ານ ສີສຸກ ວົງພັກດີ, 5. ທ່ານ ພັນໂທ ຄໍາຕັນ ສຸວັນນະໄກສອນ
VI. ເມືອງໂພນທອງ (5 ທ່ານ) 1. ທ່ານ ບຸນທັນ ໄຊຍະແສງ, 2. ປອ ໄຊຍະເພັດ ຊາພິຈິດ, 3. ພັນເອກ ສີຜາ ຂຸນພົນພັກດີ, 4. ທ່ານ ພັນໂທ ຈັນໄທ ຊົມພູ, 5. ທ່ານ ນາງ ຄໍາດີ ນິຍົມຄໍາ
VII. ເມືອງຈໍາປາສັກ (5 ທ່ານ) 1. ທ່ານ ວິໄລສັກ ສູນທອນ, 2. ທ່ານ ນາງ ບົວລຽນ ມະນີວົງ, 3. ທ່ານ ຈິດສະໝອນ ບຸດຕິວົງ, 4. ທ່ານ ນາງ ສັນທະນາພອນ ແກ້ວບັນດິດ, 5. ທ່ານ ສັນຈອນ ສິດທິໄຊ
VIII. ເມືອງສຸຂຸມາ (5 ທ່ານ) 1. ທ່ານ ປອ ຄໍາໄຕ ແກ້ວປະເສີດ, 2. ທ່ານ ສຸວັນນະລາດ ສີຫານົນ, 3. ທ່ານ ແພງວິໄລ ສີອາລຸນ, 4. ທ່ານ ສາຍຄໍາ ຄໍາແກ້ວ, 5. ທ່ານ ນາງ ລັດຕະນາ ດວງດາວ
IX. ເມືອງມຸນລະປາໂມກ (5 ທ່ານ) 1. ທ່ານ ສົມສັກ ເສົາວະລັດ, 2. ປອ ດຣ ນັນທະສານ ວັນນະວົງ, 3. ທ່ານ ບຸນຮອນ ໄຊຍະວົງ, 4. ທ່ານ ທອງວັນ ລຶມມະລີ, 5. ທ່ານ ນາງ ສຸດໃຈ ອິນທະວົງ
X. ເມືອງໂຂງ (5 ທ່ານ) 1. ທ່ານ ສາທິດ ປັດສາພັນ, 2. ທ່ານ ນາງ ເຂັມຄໍາ ກິດຕິພັນ, 3. ທ່ານ ພູທົງ ຫຼວງໄຊຍະລາດ, 4. ທ່ານ ພັນໂທ ກໍປະສິດ ວົງພູທອນ, 5. ທ່ານ ນາງ ໄພວັນ ສີບຸນເຮືອງ

💥ຜູ້ຮັບສະໝັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ Xເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ #ຜູ້ແທນປະຊາຊົນ #ເລືອກຕັ້ງ #ຈໍາປາສັກ
28/01/2026

💥ຜູ້ຮັບສະໝັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ X
ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ

#ຜູ້ແທນປະຊາຊົນ
#ເລືອກຕັ້ງ
#ຈໍາປາສັກ

ອັບເດດການບູລະເສັ້ນທາງຈາກບ້ານໂນນສະອາດ-ບ້ານບຸ່ງແກ ເມືອງໂພນທອງ ແຂວງຈຳປາສັກ ຂອບໃຈທຸກກຳລັງຊັບ ກຳລັງແຮງປະກອບສ່ວນຊ່ວຍກັນ ເຮັດໃຫ...
25/01/2026

ອັບເດດການບູລະເສັ້ນທາງຈາກບ້ານໂນນສະອາດ-ບ້ານບຸ່ງແກ ເມືອງໂພນທອງ ແຂວງຈຳປາສັກ ຂອບໃຈທຸກກຳລັງຊັບ ກຳລັງແຮງປະກອບສ່ວນຊ່ວຍກັນ ເຮັດໃຫ້ເສັ້ນທາງດີຂື້ນກວ່າເດີມ ທ່ຽວໄປມາສະດວກສະບາຍກວ່າເກົ່າ🙏🏻🥰

#ປັບປຸງເສັ້ນທາງເຂົ້າບ້ານ

Address

ບ້ານບຸ່ງແກ , ເມືອງໂພນທອງ
ແຂວງຈຳປາສັກ

Website

Alerts

Be the first to know and let us send you an email when ຊາວບ້ານບຸ່ງແກ-Boungkae Village posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share