ກົມຄຸ້ມຄອງວິສາຫະກິດ

ກົມຄຸ້ມຄອງວິສາຫະກິດ ສະດວກ ວ່ອງໄວ ໂປ່ງໃສ

ໃນຕອນເຊົ້າວັນທີ 05/06/2026 ພະແນກສັງຄົມ-ຊຸມຊົນ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມຂື້ນ ກ່ຽວກັບການປຶກສາຫາລືການກໍານົດ ໄລຍະເວລາ, ...
05/06/2026

ໃນຕອນເຊົ້າວັນທີ 05/06/2026 ພະແນກສັງຄົມ-ຊຸມຊົນ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມຂື້ນ ກ່ຽວກັບການປຶກສາຫາລືການກໍານົດ ໄລຍະເວລາ, ງົບປະມານຮັບໃຊ້ຂອງຄະນະ RC/RMU ແລະ ລວມທັງວຽກງານປິ່ນອ້ອມຂອງການຟື້ນຟູຊີວິດການເປັນຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພະລັງງານໄຟຟ້າ ແສງຕາເວັນ ໄລຍະທີ່ I ຂອງ CGN ຢູ່ເມືອງນາໝໍ້ ແລະ ເມືອງໄຊ ແຂວງອຸດົມໄຊ ໂດຍຮ່ວມກັບໜ່ວຍງານ RMU ແລະ ຜູ້ພັດທະນາໂຄງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນ. ຈັນມາລາ ເພັດລໍາພັນ, ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດ.

ໃນວັນທີ 4 ມິຖຸນາ 2026 ກົມຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ລົງປະພົບປະຍ້ຽມຍາມ ອໍານາດການປົກຄອງເມືອງ ຈັນທະບູ...
05/06/2026

ໃນວັນທີ 4 ມິຖຸນາ 2026 ກົມຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ລົງປະພົບປະຍ້ຽມຍາມ ອໍານາດການປົກຄອງເມືອງ ຈັນທະບູລີ ແລະ ເມືອງສີສັດຕະນາກ, ນໍາພາໂດຍ ທ່ານ ນາງ ວົງປະດິດ ວົງສະຫວາດ, ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດ, ມີຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຈັນທະບູລີ, ທ່ານຜູ້ຕາງໜ້າຈາກຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງສີສັດຕະນາກ ແລະ ພະນັກ ງານຈາກພະແນກຄຸ້ມຄອງວິສາຫະກິດ ເຂົ້າຮ່ວມໃນຄະນະດັ່ງກ່າວ, ຈຸດປະສົງຂອງການລົງພົບປະຍ້ຽມຍາມຄັ້ງນີ້ແມ່ນເພື່ອລາຍງານ ໃຫ້ທາງອໍານາດການປົກຄອງເມືອງ ເພື່ອຊາບ ແລະ ຊ່ວຍອໍານວຍຄວາມສະດວກ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວລົງເຮັດວຽກເພື່ອເກັບກໍາຂໍ້ມູນສະຖິຕິຂອງຫົວໜ່ວຍວິສາຫະກິດ ທີ່ຂຶ້ນທະບຽນວິສາ ຫະກິດແລ້ວ ແຕ່ບໍ່ປະຕິບັດຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ເຊິ່ງເປັນການທົດລອງຈັດຕັ້ງປະຕິບັດຢູ່ສອງເມືອງໃນເບື້ອງຕົ້ນ;
ໃຫ້ກຽດຕ້ອນຮັບຄະນະທີມງານຈາກ ກົມຄຸ້ມຄອງວິສາກິດແມ່ນ ທ່ານ ແສງສາທິດ ພິມເມືອງ, ປະທານຄະນະກໍາມະການປົກຄອງເມືອງ ຈັນທະບູລີ ພ້ອມດ້ວຍຄະນະ ແລະ ທ່ານ ນາງ ທອງມີ ດາວສຸກ, ຮອງປະທານຄະນະກໍາມະການປົກຄອງເມືອງ ສີສັດຕະນາກ ເຊິ່ງໄດ້ຕ້ອນຮັບຢ່າງອົບອຸ່ນ.

ຍົກເລີກແຈ້ງໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 02 ຫົວໜ່ວຍ ເນື່ອງຈາກ ວິສາຫະກິດດັ່ງກ່າວ ມາແຈ້ງເຈດຈໍານົງເພື່ອສະເໜີສືບຕໍ່ນໍາ...
29/05/2026

ຍົກເລີກແຈ້ງໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 02 ຫົວໜ່ວຍ ເນື່ອງຈາກ ວິສາຫະກິດດັ່ງກ່າວ ມາແຈ້ງເຈດຈໍານົງເພື່ອສະເໜີສືບຕໍ່ນໍາໃຊ້ໃບທະບຽນວິສາຫະກິດ ຊຶ່ງເຫັນວ່າມີເອກະສານຢັ້ງຢືນເລກປະຈໍາຕົວຜູ້ເສຍອາກອນແລ້ວ ດັ່ງນີ້:
- ວິສາຫະກິດ ສ່ວນບຸກຄົນ ເຮືອນພັກ ດາວນະພອນ
- ວິສາຫະກິດສ່ວນບຸກຄົນ ໂພໄຮຄຳ ບໍລິການ

ຍົກເລີກແຈ້ງໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 02 ຫົວໜ່ວຍ ເນື່ອງຈາກ ວິສາຫະກິດດັ່ງກ່າວ ມາແຈ້ງເຈດຈໍານົງເພື່ອສະເໜີສືບຕໍ່ນໍາ...
21/05/2026

ຍົກເລີກແຈ້ງໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 02 ຫົວໜ່ວຍ ເນື່ອງຈາກ ວິສາຫະກິດດັ່ງກ່າວ ມາແຈ້ງເຈດຈໍານົງເພື່ອສະເໜີສືບຕໍ່ນໍາໃຊ້ໃບທະບຽນວິສາຫະກິດ ຊຶ່ງເຫັນວ່າມີເອກະສານຢັ້ງຢືນເລກປະຈໍາຕົວຜູ້ເສຍອາກອນແລ້ວ ດັ່ງນີ້:
- ທະນາຄານ ບູຢອງລາວ ຈຳກັດ
- ບໍລິສັດ ລາວ ທີທີແອວ ພັດທະນາກະສິກຳ ແລະ ອຸດສາຫະກຳ ຈຳກັດ

ຍົກເລີກການແຈ້ງໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 07 ຫົວໜ່ວຍ ຕາມການສະເໜີຂອງກົມສ່ວຍສາອາກອນ ກະຊວງການເງິນ ດັ່ງນີ້:1. ວິສາຫະ...
19/05/2026

ຍົກເລີກການແຈ້ງໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 07 ຫົວໜ່ວຍ ຕາມການສະເໜີຂອງກົມສ່ວຍສາອາກອນ ກະຊວງການເງິນ ດັ່ງນີ້:
1. ວິສາຫະກິດສ່ວນບຸກຄົນ ຮ້ານຂາຍລົດຈັກ ເອບີມໍ
2. ບໍລິສັດ ທີ - ທີ່ປຶກສາວາງແຜນພັດທະນາ ຈຳກັດຜູ້ດຽວ
3. ບໍລິສັດ ເຄເອັນ ປະຕູມ້ວນ ຈຳກັດຜູ້ດຽວ
4. ບໍລິສັດ ລາວ ບີໄອແຊັດ ຈຳກັດ
5. ບໍລິສັດ ທີແອວ ໂກຼໂບ ສູນລວມກຸ່ມພັດທະນາ ຈຳກັດ
6. ບໍລິສັດ ແມັກ ໂຮນດິງ ຈຳກັດ
7. ບໍລິສັດ ຫົງເຊິ້ງ ໝິງຮາວ ຈຳກັດຜູ້ດຽວ
ການຍົກເລີກແຈ້ງໂຈະ ເຮັດໃຫ້ວິສາຫະກິດດັ່ງກ່າວ ສາມາດສືບຕໍ່ນໍາໃຊ້ໃບທະບຽນວິສາຫະກິດ ນັບແຕ່ວັນທີ່ອອກແຈ້ງການສະບັບນີ້ ເປັນຕົ້ນໄປ.

ແຈ້ງການ.- ຍ້າຍຂໍ້ມູນຂອງ ບໍລິສັດ ຊາງຫຼົງ ຈໍາກັດຜູ້ດຽວ ໄປຢູ່ໃນຖານຂໍ້ມູນທີ່ບໍ່ເຄື່ອນໄຫວທຸລະກິດ.- ໂຈະການນໍາໃຊ້ໃບທະບຽນວິສາຫະກ...
14/05/2026

ແຈ້ງການ.

- ຍ້າຍຂໍ້ມູນຂອງ ບໍລິສັດ ຊາງຫຼົງ ຈໍາກັດຜູ້ດຽວ ໄປຢູ່ໃນຖານຂໍ້ມູນທີ່ບໍ່ເຄື່ອນໄຫວທຸລະກິດ.

- ໂຈະການນໍາໃຊ້ໃບທະບຽນວິສາຫະກິດຂອງ ບໍລິສັດ ຮ່ວງຕິງຄັຼບ ຈໍາກັດ ຊຶ່ງບໍ່ປະຕິບັດຕາມເນື້ອໃນແຈ້ງເຕືອນຂອງພະແນກວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ.

ຍົກເລີກແຈ້ງໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 04 ຫົວໜ່ວຍ ເນື່ອງຈາກ ວິສາຫະກິດດັ່ງກ່າວ ມາແຈ້ງເຈດຈໍານົງເພື່ອສະເໜີສືບຕໍ່ນໍາ...
08/05/2026

ຍົກເລີກແຈ້ງໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 04 ຫົວໜ່ວຍ ເນື່ອງຈາກ ວິສາຫະກິດດັ່ງກ່າວ ມາແຈ້ງເຈດຈໍານົງເພື່ອສະເໜີສືບຕໍ່ນໍາໃຊ້ໃບທະບຽນວິສາຫະກິດ ຊຶ່ງເຫັນວ່າມີເອກະສານຢັ້ງຢືນເລກປະຈໍາຕົວຜູ້ເສຍອາກອນແລ້ວ ດັ່ງນີ້:
- ບໍລິສັດ ກວາງດາ ລາວ ຈຳກັດຜູ້ດຽວ
- ບໍລິສັດ ລາວວັນໄທ ກົນຈັກ ຈຳກັດ
- ບໍລິສັດ ໄທແອເອເຊຍ ຈຳກັດ (ສາຂາລາວ)
- ວິສາຫະກິດສ່ວນບຸກຄົນ ຮ້ານ ນາງ ອີມ ຕົວແທນຈຳໜ່າຍເບຍ ແລະ ນ້ຳຫວານລາວ

ກອງປະຊຸມຄົບຄະນະປະສານງານກ່ຽວກັບການປັບປຸງການອອກໃບອະນຸຍາດດຳເນີນທຸລະກິດ ຄັ້ງທີ 6 ໃນວັນທີ 30 ເມສາ2026 ທີ່ຫ້ອງປະຊຸມຊັ້ນ 01 ຕຶກ...
05/05/2026

ກອງປະຊຸມຄົບຄະນະປະສານງານກ່ຽວກັບການປັບປຸງການອອກໃບອະນຸຍາດດຳເນີນທຸລະກິດ ຄັ້ງທີ 6 ໃນວັນທີ 30 ເມສາ2026 ທີ່ຫ້ອງປະຊຸມຊັ້ນ 01 ຕຶກສຳນັກງານໂພນໄຊ

ຍົກເລີກການແຈ້ງໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 09 ຫົວໜ່ວຍ ຕາມການສະເໜີຂອງກົມສ່ວຍສາອາກອນ ກະຊວງການເງິນ ດັ່ງນີ້:1. ບໍລິສັ...
27/04/2026

ຍົກເລີກການແຈ້ງໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 09 ຫົວໜ່ວຍ ຕາມການສະເໜີຂອງກົມສ່ວຍສາອາກອນ ກະຊວງການເງິນ ດັ່ງນີ້:
1. ບໍລິສັດ ໂຮງຊວດຈຳເມືອງລາວເງິນດ່ວນ ຈຳກັດຜູ້ດຽວ
2. ບໍລິສັດ ແອວຊີວາຍ ເກັບກູ້ ແລະ ທຳລາຍລະເບີດ ຈຳກັດຜູ້ດຽວ
3. ບໍລິສັດ ພັດທະນາ ໄມ້ເກດສະໜາ ລາວ ຊຽງຈີ ໂລກ (ສາກົນ) ຈຳກັດ
4. ວິສາຫະກິດສ່ວນບຸກຄົນ ສຸວິນາ ອາພາດເມັ້ນ ແລະ ຄອນໂດມິນ້ຽມ
5. ບໍລິສັດ ໂບຢວນ ການຄ້າ-ການເງິນສາກົນ ແລະ ນຳເຂົ້າ-ສົ່ງອອກ ຈຳກັດ
6. ວິສາຫະກິດສ່ວນບຸກຄົນ ຮ້ານແກ້ວຕາຊອບປິງແຟຊັນ ຂາຍສົ່ງ-ຂາຍຍ່ອຍ
7. ບໍລິສັດ ຢາວເຈີ້ງດິ້ງຢົງ ພັດທະນາກະສິກໍາ ຈຳກັດຜູ້ດຽວ
8. ບໍລິສັດ ຄາຕາລີດ ຈຳກັດຜູ້ດຽວ
9. ບໍລິສັດ ຊີເອວ ແຂ່ງໝາ ຈຳກັດ

ການຍົກເລີກແຈ້ງໂຈະ ເຮັດໃຫ້ວິສາຫະກິດດັ່ງກ່າວ ສາມາດສືບຕໍ່ນໍາໃຊ້ໃບທະບຽນວິສາຫະກິດ ນັບແຕ່ວັນທີ່ອອກແຈ້ງການສະບັບນີ້ ເປັນຕົ້ນໄປ.

ຍົກເລີກແຈ້ງໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 02 ຫົວໜ່ວຍ ເນື່ອງຈາກ ວິສາຫະກິດດັ່ງກ່າວ ມາແຈ້ງເຈດຈໍານົງເພື່ອສະເໜີສືບຕໍ່ນໍາ...
21/04/2026

ຍົກເລີກແຈ້ງໂຈະການນໍາໃຊ້ໃບທະບຽນວິສາຫະກິດ ຈໍານວນ 02 ຫົວໜ່ວຍ ເນື່ອງຈາກ ວິສາຫະກິດດັ່ງກ່າວ ມາແຈ້ງເຈດຈໍານົງເພື່ອສະເໜີສືບຕໍ່ນໍາໃຊ້ໃບທະບຽນວິສາຫະກິດ ຊຶ່ງເຫັນວ່າມີເອກະສານຢັ້ງຢືນເລກປະຈໍາຕົວຜູ້ເສຍອາກອນແລ້ວ ດັ່ງນີ້:
- ບໍລິສັດ ເຄຫາພັນສິນ ຈະເລີນທອງຄອງຊັບ ປຸງແຕ່ງໄມ້ ຂາອອກ ຈຳກັດຜູ້ດຽວ
- ບໍລິສັດ ລາວ ບໍລິການມາຍນິ້ງ ຈຳກັດ

Address

ນະຄອນຫຼວງວຽງຈັນ

Alerts

Be the first to know and let us send you an email when ກົມຄຸ້ມຄອງວິສາຫະກິດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ກົມຄຸ້ມຄອງວິສາຫະກິດ:

Share